ປິດງານບຸນ Festival ທະເລ ຍາຈາງ - ແຄງຮ່ວາ 2023

(VOVWORLD) - ລາຍການສະແດງສິລະປະໃນຄ່ຳຄືນປິດງານບຸນ ແມ່ນການສົມທົບລະຫວ່າງສິລະປະພື້ນເມືອງ ແລະ ສິລະປະຍຸກສະໄໝ, ສະແດງໃຫ້ເຫັນແຂວງ ແຄງຮ່ວາ ທີ່ມີບັນດາຄວາມສາມາດບົ່ມຊ້ອນດ້ານເສດຖະກິດ - ການທ່ອງທ່ຽວ
ປິດງານບຸນ Festival ທະເລ ຍາຈາງ - ແຄງຮ່ວາ 2023 - ảnh 1(ຄ່ຳຄືນປິດງານບຸນ Festival ທະເລ ຍາຈາງ - ແຄງຮ່ວາ 2023)

        ຕອນຄ່ຳວັນທີ 06 ມິຖຸນາ, ຢູ່ສະໜາມຫຼວງ 2/4, ນະຄອນ ຍາຈາງ, ຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ ໄດ້ຈັດພິທີປິດງານບຸນ Festival ທະເລ ຍາຈາງ - ແຄງຮ່ວາ 2023. ຄ່ຳຄືນປິດດ້ວຍຫົວຂໍ້ “ແຄງຮ່ວາ - ສາມັກຄີມຸ່ງໄປເຖິງອະນາຄົດ” ໄດ້ປິດງານບຸນເຊິ່ງຈັດຂຶ້ນເປັນເວລາ 4 ວັນ ດ້ວຍ 70 ລາຍການທີ່ດຶງດູດໃຈ, ມີຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ດິງວັນທ້ຽວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ, ຫົວໜ້າຄະນະຈັດງານບຸນ Festival ທະເລ ຍາຈາງ - ແຄງຮ່ວາ 2023, ຢືນຢັນວ່າ:

        “ດ້ວຍຫົວຂໍ້ “ແຄງຮ່ວາ - ຄາດຫວັງແຫ່ງການພັດທະນາ”, ງານບຸນ Festival ທະເລ ຍາຈາງ - ແຄງຮ່ວາ ຄັ້ງທີ 10 ປີ 2023 ໄດ້ແນະນຳຕໍ່ປະຊາຊົນ ແລະ ແຂກທ່ອງທ່ຽວກ່ຽວກັບເຂດດິນແດນທີ່ເຕັມໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອ, ຂະຫຍັນຂັນເຄື່ອນໃນການເຊື່ອມໂຍງ ແລະ ພັດທະນາ; ສິວິໄລ, ເປັນມິດ ແລະ ຮັກແພງແຂກຄົນ. ພວກເຮົາສາມາດຢັ້ງຢືນໄດ້ວ່າ ງານບຸນ Festival ທະເລ ຍາຈາງ - ແຄງຮ່ວາ 2023 ບັນລຸຜົນສຳເລັດຢ່າງຈົບງາມ”.

        ລາຍການສະແດງສິລະປະໃນຄ່ຳຄືນປິດງານບຸນ ແມ່ນການສົມທົບລະຫວ່າງສິລະປະພື້ນເມືອງ ແລະ ສິລະປະຍຸກສະໄໝ, ສະແດງໃຫ້ເຫັນແຂວງ ແຄງຮ່ວາ ທີ່ມີບັນດາຄວາມສາມາດບົ່ມຊ້ອນດ້ານເສດຖະກິດ - ການທ່ອງທ່ຽວ, ບັນດາຄຸນຄ່າທີ່ເປັນເອກະລັກສະເພາະທາງດ້ານຊີວິດ, ວັດທະນະທຳ, ຈິດໃຈ ແລະ ຄວາມອາດສາມາດຂອງປະຊາຊົນຢູ່ດິນແດນ ແຄງຮ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ