ປັດ​ຈຸ​ບັນ, ອາ​ຊີ ແມ່ນ​ພາກ​ພື້ນ ຖືກ​ຜົນ​ສະ​ທ້ອນຫຼາຍ​ທີ່​ສຸດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນຄ່ຳວັນທີ 28 ກັນຍາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 233,3 ລ້ານຄົນ, ໃນນັ້ນ ມີກວ່າ 4,77 ລ້ານຄົນເສຍຊີວິດ.
ປັດ​ຈຸ​ບັນ, ອາ​ຊີ ແມ່ນ​ພາກ​ພື້ນ ຖືກ​ຜົນ​ສະ​ທ້ອນຫຼາຍ​ທີ່​ສຸດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ຢູ່ໂຮງໝໍ Apple Valley, ລັດ California ອາເມລິກາ (ພາບ: AFP/TTXVN)

ຈຳນວນຜູ້ຕິດເຊື້ອໃໝ່ໃນ 24 ຊົ່ວໂມງຜ່ານມາ ແມ່ນກວ່າ 207.800 ຄົນ ແລະ ມີກວ່າ 3.500 ຄົນເສຍຊີວິດ. ໃນນັ້ນ, ອັງກິດ ເປັນປະເທດທີ່ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດ; ຖັດຈາກນັ້ນແມ່ນ ລັດເຊຍ ແລະ ອິນເດຍ.

        ຖ້າໄລ່ຕາມພາກພື້ນແລ້ວ, ປັດຈຸບັນ, ອາຊີ ແມ່ນພາກພື້ນຖືກຜົນກະທົບຫຼາຍທີ່ສຸດໃນໂລກ ຍ້ອນໂລກລະບາດໂຄວິດ - 19 ເມື່ອມີຜູ້ຕິດເຊື້ອຂຶ້ນເຖິງ 75,2 ລ້ານຄົນ. ຢືນອັນດັບທີ 2 ແມ່ນ ເອີີຣົບ, ຖັດຈາກນັ້ນແມ່ນ ອາເມລິກາເໜືອ, ອາເມລິກາໃຕ້ ຕາມລຳດັບ. ກ່ຽວກັບຈຳນວນຜູ້ເສຍຊີວິດ, ເອີຣົບ ແມ່ນທະວີບມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດ, ຖັດຈາກນັ້ນແມ່ນ ອາເມລິກາໃຕ້ ແລະ ອາຊີ.

        ຖ້າໄລ່ຕາມປະເທດ ແລະ ເຂດແຄວ້ນ, ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນສາມປະເທດຖືກຜົນກະທົບຫຼາຍທີ່ສຸດໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ. ໃນຂະນະນັ້ນ, ປະເທດທີ່ມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດແມ່ນ ອາເມລິກາ, ຕໍ່ມາແມ່ນ ບຣາຊິນ ແລະ ອິນເດຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ