ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2024: ມີຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ດູດ​ດືມ​ໃນ​ວັນ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ເມືອງ ດຽນ​ບຽນ

(VOVWORLD) - ວັນບຸນເພື່ອແນໃສ່ອະນຸລັກຮັກສາ, ເສີມຂະຫຍາຍ, ແນະນຳ ແລະ ໂຄສະນາບັນດາຄູນຄ່າວັດທະນະທຳດີເດັ່ນ, ກິລາປະເພດຕ່າງໆທີ່ເປັນມູນເຊື້ອຂອງ 11 ຊົນເຜົ່າໃນບໍລິເວນເມືອງ ດ້ຽນບຽນ.
ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2024: ມີຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ດູດ​ດືມ​ໃນ​ວັນ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ເມືອງ ດຽນ​ບຽນ - ảnh 1ລາຍການສະແດງສິລະປະຢູ່ໂຄງການ (ພາບ: qdnd.vn)

ຕອນຄ່ຳວັນທີ 1 ເມສາ, ຢູ່ເຂດປູຊະນີຍະສະຖານ ປະຫວັດສາດ ວັດທະນະທຳແຫ່ງຊາດ ກຳແພງ ບ໋ານຝຸ, ເມືອງ ດ້ຽນບຽນ (ແຂວງດ້ຽນບຽນ) ໄດ້ໄຂວັນບຸນ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວບັນດາເຜົ່າຄັ້ງທີ X ປີ 2024. ວັນບຸນເພື່ອແນໃສ່ອະນຸລັກຮັກສາ, ເສີມຂະຫຍາຍ, ແນະນຳ ແລະ ໂຄສະນາບັນດາຄູນຄ່າວັດທະນະທຳດີເດັ່ນ, ກິລາປະເພດຕ່າງໆທີ່ເປັນມູນເຊື້ອຂອງ 11 ຊົນເຜົ່າໃນບໍລິເວນເມືອງ ດ້ຽນບຽນ; ສືບຕໍ່ບັນດາການເຄື່ອນໄຫວຂອງວັນບຸນ ດອກບານແຂວງ ດ້ຽນບຽນໃນປີ 2024. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດານັກສິລະປິນ, ນັກສະແດງ, ນັກກິລາ ພົບປະແລກປ່ຽນ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ລະດົມການຮ່ວມແຮງຮ່ວມໃຈຂອງປະຊາຊົນໝົດທຸກຄົນ ໃນການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄູນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອ, ປະກອບສ່ວນເຂົ້າໃນການສ້າງວັດທະນະທຳ ຫວຽດນາມທີ່ ກ້າວໜ້າ ເຂັ້ມຂົ້ນໄປດ້ວຍສີສັນຊາດ.

ວັນບຸນມີການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ, ນັກກິລາ ກ່ວາ 500 ຄົນ ທີ່ມາຈາກ 21 ຕາແສງໃນບໍລິເວນເມືອງ. ເຂົ້າຮ່ວມວັນບູນ, ປະຊາຊົນ ແລະ ແຂກທ່ອງທ່ຽວຈະໄດ້ລົງພຶດຕິກຳຕົວຈິງ ບັນດາການເຄື່ອນໄຫວຄື: ງານມະໂຫລານສະແດງສິລະປະມະຫາຊົນ; ການສະແດງຊຸດອາພອນບັນດາເຜົ່າ, ການແຂ່ງຂັນບັນດາກິລາ, ການລະຫຼິ້ນພື້ນເມືອງ; ເຂົ້າຮ່ວມບັນດາຮ້ານວາງສະແດງ, ໂຄສະນາບັນດາຜະລິດຕະພັນ ວັດທະນະທຳ, ການທ່ອງທ່ຽວ… ວັນບຸນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວບັນດາເຜົ່າຄັ້ງທີ X ປີ 2024 ໄດ້ດຳເນີນຮອດວັນທີ 3 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ