ປັ​ບ​ປຸງ, ເພີ່ມ​ເຕີມ​ກົດ​ໝາຍ​ວ່າ​ດ້ວຍຊັບສິນທາງປັນຍາ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ເຕີບ​ໂຕ​ຕາມ​ລວງ​ເລິກ

(VOVWORLD) -ຕອນເຊົ້າວັນທີ 31 ພຶດສະພາ, ບັນດາຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ປຶກສາຫາລືຄົບຄະນະ ກ່ຽວກັບຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງ ແລະ ເພີ່ມເຕີມບາງມາດຕາ.
ປັ​ບ​ປຸງ, ເພີ່ມ​ເຕີມ​ກົດ​ໝາຍ​ວ່າ​ດ້ວຍຊັບສິນທາງປັນຍາ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ເຕີບ​ໂຕ​ຕາມ​ລວງ​ເລິກ - ảnh 1 ສະພາແຫ່ງຊາດຫວຽດນາມ ຊຸດທີ XV (ພາບ: quochoi.vn)

ຕາມສະມາຊິກສະພາແຫ່ງຊາດແລ້ວ, ຊັບສິນທາງປັນຍາ ມີຄຸນຄ່າໃຫຍ່ຫຼວງໃນພື້ນຖານເສດຖະກິດປັນຍາຊົນ, ແມ່ນແຫຼ່ງກຳລັງໃຫ້ແກ່ການພັດທະນາການຜະລິດດຳເນີນທຸລະກິດແລະ ແມ່ນເຄື່ອງມືແກ້ງແຍ່ງທີ່ມີປະສິດທິຜົນຂອງວິສາຫະກິດ ແລະ ພື້ນຖານເສດຖະກິດ. ພາຍຫຼັງ 17 ປີນັບແຕ່ເວລາກົດໝາຍວ່າດ້ວຍຊັບສິນທາງປັນຍາໄດ້ຮັບການປະກາດໃຊ້ (ປີ 2005), ສະພາບການປັດຈຸບັນມີການປ່ຽນແປງຫຼາຍແລ້ວ. ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດນຳໃຊ້ຊັບສິນທາງປັນຍາເທົ່ານັ້ນ ຫາກຍັງໄດ້ຫັນປ່ຽນຢ່າງແຮງກາຍເປັນປະເທດສ້າງຊັບສິນທາງປັນຍາເພື່ອຮັບໃຊ້ໃຫ້ແກ່ຮູບແບບການເຕີບໂຕຕາມລວງເລິກອີກດ້ວຍ. ທີ່ວາລາປຶກສາຫາລື, ທ່ານຮ່ວາງແທັງຕຸງ, ຫົວໜ້າກຳມາການກົດໝາຍຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ:

ຮ່າງກົດໝາຍກ່ຽວຂ້ອງເຖິງຫຼາຍ ສັນຍາສາກົນ ເຊິ່ງ ຫວຽດນາມ ແມ່ນສະມາຊິກ, ໃນນັ້ນມີມາດຕາກ່ຽວກັບຜູ້ປະດິດສ້າງ, ສິດທີ່ກ່ຽວຂ້ອງເຖິງຂົງເຂດອາລັກຂາກຳມະສິດອຸດສາຫະກຳ, ແນວພັນປູກ, ນັບທັງບາງສັນຍາການຄ້າເສລີລຸ້ນໃໝ່ເຊິ່ງ ຫວຽດນາມ ເຂົ້າຮ່ວມຄື CPTPP, EVFTA. ດັ່ງນັ້ນເລື່ອງຫັນເນື້ອໃນກົດໝາຍໃຫ້ສອດຄ່ອງກັບສະພາບຕົວຈິງ ຫວຽດນາມ, ຍາດແຍ່ງກາລະໂອກາດເຊິ່ງບັນດາສັນຍານຳມາໃຫ້, ພ້ອມທັງຊຸກຍູ້ວິທະຍາສາດເຕັກໂນໂລຢີແມ່ນຍາກທີ່ສຸດ. ການປັບປຸງກົດໝາຍ ກໍ່ແນໃສ່ຫັນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເປັນລະບອບລະບຽບການ, ໃນນັ້ນໜ້າທີ່ວາງອອກແມ່ນສືບຕໍ່ສ້າງກົດໝາຍໃຫ້ສົມບູນແບບ, ເປັນຕົ້ນແມ່ນກົດໝາຍວ່າດ້ວຍຊັບສິນທາງປັນຍາ, ເພື່ອຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ຊ່ວຍໃຫ້ການເຄື່ອນໄຫວນີ້ ນັບມື້ນັບສຳຜັດກັບທຳນຽມທີ່ດີຂອງໂລກ

ຕອບກັບ

ຂ່າວ/ບົດ​ອື່ນ