ປັບ​ປຸງ ແລະ ພັ​ດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ

(VOVWORLD) -ໃນຖານະບົດບາດຂອງຕົນ, ທ່ານເອກອັກຄະລັດຖະທູດຈະມານະພະຍາຍາມ ເພື່ອສືບຕໍ່ພັດທະນາການພົວພັນທີ່ມີມາແຕ່ດົນນານຂອງປະຊາຊົນສອງປະເທດ ລາວ - ຫວຽດນາມ ໃຫ້ໝັ້ນຄົງທະໜົງແກ່ນໄປຊົ່ວກາລະນານ ແລະ ສ້າງປະຖົມປັດໄຈໃຫ້ຄົນລຸ້ນຫຼັງສືບຕໍ່ສ້າງສາ ແລະ ປົກປັກຮັກສາ
ປັບ​ປຸງ ແລະ ພັ​ດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 1ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໄຕ້ອນຮັບກັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ (ພາບ: mattran.org.vn)

ຕອນບ່າຍວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ ເລຂາສູນການພັກ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບກັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດເຂົ້າຢ້ຽມຂ່ຳນັບ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ.

ອວຍພອນທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ເນື່ອງໃນໂອກາດມາຮັບໜ້າທີ່ໃໝ່, ທ່ານເຈິ່ນແທັງເໝິນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈ ແລະ ການກະທຳອັນສູງສົ່ງຂອງ ທ່ານເອກອັກຄະລັດຖະທູດ ແລະ ພະນັກງານ ສະຖານທູດລາວ ປະຈຳ ຫວຽດນາມ ນັກຮຽນ, ນັກສຶກສາລາວທີ່ພວມຮ່ຳຮຽນຢູ່ ຫວຽດນາມ ເມື່ອ ໄດ້ມອບເງິນສະໜັບສະໜູນ ພໍ່ແມ່ປະຊາຊົນເຂດພາກກາງ ທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກຝົກຕົກນ້ຳຖ້ວມໃນວັນທີ 24 ທັນວາ ທີ່ຜ່ານມາ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນນຳໃຈໄມຕິຈິດມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ ລາວ - ຫວຽດນາມ.

ສ່ວນທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມເປັນກຽດ ເມື່ອພັກ, ລັດ ແລະ ປະຊາຊົນລາວ ໄດ້hມອບໝາຍໜ້າທີ່ໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ສປປ.ລາວ ປະຈຳຫວຽດນາມ. ນີ້ແມ່ນໜ້າທີ່ດ້ານການເມືອງທີ່ສຳຄັນ ແລະ ສູງສົ່ງ, ສະນັ້ນ ໃນຖານະບົດບາດຂອງຕົນ, ທ່ານເອກອັກຄະລັດຖະທູດຈະມານະພະຍາຍາມ ເພື່ອສືບຕໍ່ພັດທະນາການພົວພັນທີ່ມີມາແຕ່ດົນນານຂອງປະຊາຊົນສອງປະເທດ ລາວ - ຫວຽດນາມ ໃຫ້ໝັ້ນຄົງທະໜົງແກ່ນໄປຊົ່ວກາລະນານ ແລະ ສ້າງປະຖົມປັດໄຈໃຫ້ຄົນລຸ້ນຫຼັງສືບຕໍ່ສ້າງສາ ແລະ ປົກປັກຮັກສາ.

ຂັດຈາກໜັງສືພິມ ເຍິນເຢິນ

ຕອບກັບ

ຂ່າວ/ບົດ​ອື່ນ