ປັບປຸງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດໃຫ້ເໝາະສົມກັບສະພາບການຕົວຈິງ

ປັບປຸງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດໃຫ້ເໝາະສົມກັບສະພາບການຕົວຈິງ - ảnh 1
ປະທານສະພາແຫ່ງຊາດກ່າວຄຳເຫັນທີ່ວາລະປະຊຸມຄັ້ງທີ 24
(ພາບ: Nhan Sáng/TTXVN)


(vovworld) – ​ຕອນ​ເຊົ້າ​ວັນ​ທີ 14/1, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​​ໂຮມ​ປະຊຸມ ​ແລະ ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ (ສະບັບ​ປັບປຸງ) ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ​ເພື່ອ​ປະກອບ​ຄຳ​ເຫັນ​ເປັນ​ຄັ້ງ​ທຳ​ອິດ​ທີ່​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອທີ 7, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບ​ການປັບປຸງ​ໂດຍ​ພື້ນຖານ, ຮອບດ້ານ​ກົດໝາຍ​ທີ່ພວມ​ປະກາດ​ໃຊ້​ໃນ​ປະຈຸ​ບັນ, ​ລວມມີ 6 ພາກ ​ດ້ວຍ 140 ມາດຕາ. ສະມາຊິກ​ສະພາ​ແຫ່ງ​ຊາດ​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ປັບ​ປຸງ​ກົດໝາຍ​ສະບັບ​ນີ້ ​ເພື່ອ​ແນ​ໃສ່​ຫັນ​ບັນດາ​ເອກະສານ​ຂອງພັກ​ເປັນ​ລະບອບກົດໝາຍ, ຫັນ​​ເປັນ​ລະອຽດບັນດາ​ຂໍ້​ກຳນົດ​ໃໝ່​ຂອງ​ລັດຖະທຳ​ມະນູນ​, ພ້ອມ​ທັງ​ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການຈັດ​ຕັ້ງ​ເຄື່ອນ​ໄຫວ​​ຂອງ​ສະພາ​ແຫ່ງ​ຊາດໃຫ້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ. ຄຽງ​ຄູ່​ກັນ​ນັ້ນ, ຄະນະ​ຮຽບຮຽງ​ກໍ່​ສະ​ເໜີ​ເພີ່ມ​ອັດຕາ​ສະມາຊິກ​ສະພາ​ແຫ່ງ​ຊາດສະ​ເພາະ​ກິດ​ຂຶ້ນ ຢ່າງ​ໜ້ອຍ​ສຸດ​ແມ່ນ 35% ​ເພື່ອ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ກໍ່​ຄື​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະມາ​ຊິກສະພາ​ແຫ່ງ​ຊາດ​ກ່ວາ​ອີກ.

        ​ໃນ​ວາລະ​ປະຊຸມ​ເມື່ອ​ຕອນ​ບ່າຍວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບ​ຄ​ຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາ​ສີ​ (ສະບັບ​ປັບປຸງ) ​ແລະ ປຶກສາ​ຫາລື​ລາຍການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ປີ 2014 ຂອງ​ບັນດາ​ອົງການ​ໃນ​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ