ປັບ​ປຸງ​ກຳ​ລັງ​ຄວາມ​ສາ​ມາດ​ບໍ​ລິ​ຫານ​ແຫ່ງ​ຊາດ, ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ບໍ​ລິ​ຫານ​ວິ​ສາ​ຫະ​ກິດ​ຢ່າງ​ບໍ່​ຢຸດ​ຢັ້ງ

(VOVWORLD) - ເວທີປາໄສໄດ້ສະຫງວນເວລາສ່ວນຫຼາຍເພື່ອສຸມໃສ່ປຶກສາຫາລືກ່ຽວກັບນະໂຍບາຍປີການເງິນ ແລະ ເງິນຕາ, ບັນດານະໂຍບາຍໜູນຊ່ວຍສັງຄົມ ແລະ ບັນຫາແຮງງານ ໃນໂຄງການຟື້ນຟູ ແລະ ເຕີບໂຕເສດຖະກິດ.
ປັບ​ປຸງ​ກຳ​ລັງ​ຄວາມ​ສາ​ມາດ​ບໍ​ລິ​ຫານ​ແຫ່ງ​ຊາດ, ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ບໍ​ລິ​ຫານ​ວິ​ສາ​ຫະ​ກິດ​ຢ່າງ​ບໍ່​ຢຸດ​ຢັ້ງ - ảnh 1ເວທີປາໄສເສດຖະກິດ ຫວຽດນາມ 2021 ດ້ວຍຫົວຂໍ້ “ຟື້ນຟູ ແລະ ພັດທະນາແບບຍືນຍົງ” 

ຕອນບ່າຍວັນທີ 5 ທັນວາ, ເວທີປາໄສເສດຖະກິດ ຫວຽດນາມ 2021 ດ້ວຍຫົວຂໍ້ “ຟື້ນຟູ ແລະ ພັດທະນາແບບຍືນຍົງ” ໄດ້ອັດລົງ ແລະ ປະຕິບັດສຳເລັດລາຍການເຄື່ອນໄຫວທີ່ໄດ້ວາງອອກ. ເວທີປາໄສໄດ້ຮັບການເຊື່ອມຕໍ່ກັບ 57 ສະຖານທີ່ອອນລາຍໃນທົ່ວປະເທດ, ເຊື່ອມຕໍ່ກັບສະຖານທີ່ອອນລາຍຢູ່ ອາເມລິກາ, ຝລັ່ງ, ສະວິດ, ໄທ ແລະ ຜູ້ຕາງໜ້າ 5 ອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ. ເວທີປາໄສຖືກຈັດຂຶ້ນດ້ວຍການໂອ້ລົມສົນທະນາຄົບຄະນະຂັ້ນສູງ ແລະ 2 ວາລະປຶກສາຫາລືຕາມຫົວເລື່ອງ, ອັນໄດ້ດຶງດູດຄວາມສົນໃຈຂອງສັງຄົມ, ປະຊາຊົນ ແລະ ປະຊາຄົມວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ.

ກ່າວຄຳເຫັນສະຫຼຸບຢູ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ເວທີປາໄສໄດ້ສະຫງວນເວລາສ່ວນຫຼາຍເພື່ອສຸມໃສ່ປຶກສາຫາລືກ່ຽວກັບນະໂຍບາຍປີການເງິນ ແລະ ເງິນຕາ, ບັນດານະໂຍບາຍໜູນຊ່ວຍສັງຄົມ ແລະ ບັນຫາແຮງງານ ໃນໂຄງການຟື້ນຟູ ແລະ ເຕີບໂຕເສດຖະກິດ. ໃນໄລຍະຈະມາເຖິງ, ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານ ຄວນຕັ້ງໜ້າ, ຮີບເຮັ່ງຄົ້ນຄວ້າ, ອີງໃສ່ຄຳເຫັນປະກອບອັນລ້ຳຄ່າຂອງບັນດານັກຊ່ຽວຊານ, ນັກວິທະຍາສາດ, ອົງການຈັດຕັ້ງຢູ່ພາຍໃນ ແລະ ສາກົນ, ນັກທຸລະກິດ ເພື່ອຍົກອອກວິທີການແກ້ໄຂຢ່າງທັນການ ແລະ ເໝາະສົມ, ພ້ອມທັງສ້າງໂຄງການສັງລວມການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມໃຫ້ສຳເລັດ.

“ສານສະເໝີຕົ້ນສະເໝີປາຍ, ເປັນເອກະພາບ ແລະ ໄດ້ເວົ້າເຖິງຫຼາຍໃນການປຶກສາຫາລືຢູ່ທີ່ເວທີປາໄສນັ້ນ  ແມ່ນສະແດງໃຫ້ເຫັນວ່າ ພວກເຮົາພວມຮ່ວມເດີນທາງນຳກັນ. ຢາກບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຄືແນວນັ້ນ, ພວກເຮົາຍິ່ງຕ້ອງມີຄວາມສາມັກຄີກັນ, ຄຽງບ່າຄຽງໄຫຼ່, ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຕ້ອງເພີ່ມທະວີຄວາມສາມັກຄີ, ຮ່ວມມືກັບສາກົນ ແລະ ພາກພື້ນອີກດ້ວຍ. ຫັນວິກິດ ໂຄວິດ - 19 ໃຫ້ເປັນ ໂອກາດ.”

ຕອບກັບ

ຂ່າວ/ບົດ​ອື່ນ