ປັບປຸງຄວາມສາມັກຄີ,ມິດຕະພາບ,ທີ່ເປັນທີ່ເປັນມູນເຊື້ອ,ການຮ່ວມມືຮອບດ້ານຫວຽດນາມ-ກຳປູເຈຍ

ປັບປຸງຄວາມສາມັກຄີ,ມິດຕະພາບ,ທີ່ເປັນທີ່ເປັນມູນເຊື້ອ,ການຮ່ວມມືຮອບດ້ານຫວຽດນາມ-ກຳປູເຈຍ - ảnh 1
ທ່ານນາງ ຫງວຽນທິກິມເງິນ ແລະ ທ່ານ Samdech Heng Samrin

(vovworld) – ຕອນ​ບ່າຍ​ວັນ​ທີ 27/9, ທີ່​ສຳນັກງານ​ສະ​ພາແຫ່ງ​ຊາດ ກຳປູ​ເຈຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ລາຊະ​ອານາຈັກ ກຳປູ​ເຈຍ Samdech Heng Samrin ​ເປັນ​ປະທານ​ພິທີ​ຕ້ອນຮັບ​ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ​ແຫ່ງ​ຊາດ ຫວຽດນາມ. ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ສົມ​ກຽດ, 2 ຝ່າຍ​ໄດ້​ດຳ​ເນີນ​ການ​​ເຈລະຈາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Samdech Heng Samrin ຊົມ​ເຊີຍ​ການ​ຢ້ຽມ​ຢາມ​ລາຊະ​ອານາ​ຈັກ​ກຳ​ປູ​ເຈຍ​ຂອງ​ທ່ານ​ນາງ ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ. ທ່ານ Heng Samrin ຢັ້ງຢືນ​ການ​ຢ້ຽມຢາມ​​ແມ່ນມີ​ຄວາມ​ໝາຍ​ສຳຄັນ, ​ແມ່ນ​ພະຍານ​ຫຼັກ​ຖານ​ເພື່ອ​ປັບປຸງ​ນຳ້​ໃຈ​ສາມັກຄີ, ມິດຕະພາບ​ລະຫວ່າງສະພາ​ແຫ່ງ​ຊາດ 2 ປະ​ເທດ. ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ສະ​ແດງ​ຄວາມ​ເບ​ີກ​ບາ​ນມ່ວນ​ຊື່ນ​ເມ​ື່ອ​ໄດ້​ໄປ​ຢ້ຽມຢາມ​ລາຊະ​ອານາຈັກ ກຳ​ປູ​ເຈ​ຍ ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​​ເດີນທາງ​ຢ້ຽມຢາມຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ໃນ​ຖານະ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ ສສ. ຫວຽດນາມ ດ້ວຍ​ຄວາມ​ຫວັງ​ໄດ້​ແບ່ງປັນ​ນຳ້​ໃຈ​ສາມັກຄີ, ມິດຕະພາບ, ທີ່​ເປັນມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ກຳປູ​ເຈຍ.

        ປະທານ​ສະພາ​ແຫ່ງ​ຊາດ 2 ທ່ານ​ໄດ້​ສະຫລຸບ​​ສະພາບ​ການ​ຢູ່​​ແຕ່ລະ​ປະ​ເທດ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ. 2 ຝ່າຍ​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ດ້ານປ້ອງ​ກັນຊາ​ດຂອງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ​ອັນໄດ້​ປະກອບ​ສ່ວນ​ເພ່ີມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ປັບປຸງ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທ​ດ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີລາຊະອານາ​ຈັກ ກຳປູ​ເຈຍ ຢູ່​ວັງ​ສັນຕິພາບ. ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຢັ້ງຢືນ​ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດຢ່າງ​ສູງ​ແກ່​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ກຳປູ​ເຈຍ ​ແລະ ພັກ​ປະຊາຊົນ ກຳປູ​ເຈຍ.

        ​ໃນ​ຕອນ​ຄຳ່​ວັນ​ທີ 27/9, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ລາຊະ​ອານາຈັກ ກຳປູ​ເຈຍ Samdech Heng Samrin ​ໄດ້​ຈັດ​ງານ​ລ້ຽງ​ຮັບຮອງ ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ.


ຂ່າວ/ບົດ​ອື່ນ