ປັບປຸງຮ່າງໂຄງການໜູນຊ່ວຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ປັບປຸງຮ່າງໂຄງການໜູນຊ່ວຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
(ພາບປະກອບ)

(vovworld) – ທ່ານ​ນາຍົກລັດຖະມົນຕີ ຫາ​ກໍ່​ອະນຸມັດ​ຜ່ານ​ເອກະສານ​ປັບປຸງ ​ຮ່າງ​​ໂຄງການ​ໜູນ​ຊ່ວຍ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ (SP - RCC). ຕາມ​ນັ້ນ​ແລ້ວ, SP – RCC ຈະສືບ​ຕໍ່​​ປະຕິບັດ​ແຕ່​ປີ 2014 ຮອດ​ປີ 2020 ດ້ວຍ​ແຫຼ່ງທຶນ​ຕົ້ນ​ຕໍ່​ແມ່ນ​​ແຫຼ່ງທຶນ​ໜູນ​ຊ່ວຍ​ພັດທະນາ​ເປັນ​ທາງ​ການ (ODA), ກູ້​ຢືມດ້ວຍ​ດອກ​ເບ້ຍ​ພິ​ເສດ, ຊ່ວຍ​ເຫຼືອ​ລາ ODA ​​ໂດ​ຍອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA); ອົງການ​ພັດທະນາ​ຝລັ່ງ (AFD); ທະນາຄານ​ໂລກ (WB)… ​ແລະ​ບາງ​ຄູ່​ຮ່ວມ​ມື​ພັດທະນາ​ອື່ນ​ປະກອບ ​ແລະ ​ໄດ້​ສະ​ໜອງ​ຕາມ​ຮູບ​ແບບ​ໜູນ​ຊ່ວຍ​ງົບປະມານ. ​ເປົ້າ​ໝາຍ​ລະອຽດ​ຂອງ​ໂຄງການ​ແມ່ນ​ໜູນ​ຊ່ວຍ​ປະຕິບັດ​ບັນດາ​ໜ້າ​ທີ່​ຂອງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ, ຍຸດ​ທະ​ສາດ​​ເຕີບ​ໂຕ​ຂຽວ ​ແລະ ບັນດາ​ຍຸດ​ທະ​ສາດ​ຂອງ​ຂະ​ແໜງ​ເສດຖະກິດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປ່ຽນ​ແປງຂອງດິນ​ຟ້າ​ອາກາດ; ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ນະ​ໂຍບາຍ, ວິທະຍາສາດ​ເຕັກນິກ ​ແລະ ​ການ​ເງິນ​​ແຫຼ່ງກຳລັງ​ໃຫ້​ແກ່​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ຫວຽດນາມ. ບົດ​ພື້ນຖານ​ບັນດາ​ການ​ເຄື່ອນ​ໄຫວ​ນະ​ໂຍບາຍທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ທີ່ວາງ​ອອກ​ໃນ​ຍຸດ​ທະ​ສາດ​ແຫ່ງ​ຊາດກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຍຸດ​ທະ​ສາດ​ເຕີບ​ໂຕ​ຂຽວ, ​ໂຄງການ​ຈະ​ສຸມ​ໃສ່​ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ​ແລະ ຕິດຕາມ​ອາກາດ; ຮັບປະກັນແຫຼ່ງນ້ຳ ​ແລະ ສະບຽບອາຫານ ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ຮັບ​ມື​ກັບ​​ສະພາບ​ນ້ຳ​ທະ​ເລ​ຂຶ້ນ​ສູງ ​ແລະ ​ໄພ​ທຳ​ມະ​ຊາດ​ຢູ່​ເຂດ​ຖືກສ່ຽງ​ໄພ​ງ່າຍ; ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປາ​ຢ່າງ​ໝັ້ນຄົງ ​ແລະ ອະນຸລັກ​ຮັກສາ​ຊີວະ​ນາໆ​ພັນ…

ຂ່າວ/ບົດ​ອື່ນ