ປຶ້ມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ຈິນ​ຕະ​ນາ​ການ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ກໍ​າ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

(VOVWORLD) - ວັນທີ 18 ມີນາ, ຄະນະປະຈຳພັກແຂວງ ຊອັກຈັງ ຈັດກອງປະຊຸມທາງໄກ ກ່ຽວກັບການຮ່ຳຮຽນ, ໂຄສະນາເຜີຍແຜ່ປຶ້ມ “ເສີມຂະຫຍາຍມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງປະເທດນັບມື້ນັບຮັ່ງມີເຂັ້ມແຂງ, ສີວິໄລ, ຜາສຸກ” ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ
ປຶ້ມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ຈິນ​ຕະ​ນາ​ການ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ກໍ​າ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ - ảnh 1ກອງປະຊຸມດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫຼາຍ (ພາບ: VOV)

ກອງປະຊຸມຖືກຈັດຂຶ້ນແບບບາງໄກ ແລະ ເຊື່ອມຕໍ່ກັບ 125 ຈຸດ ນັບແຕ່ຂັ້ນແຂວງລົງຮອດຮາກຖານ ດ້ວຍພະນັກງານ, ສະມາຊິກພັກຫຼັກແຫຼ່ງໃນທົ່ວແຂວງ ເຂົ້າຮ່ວມ 20.000 ຄົນ.

        ທີ່ກອງປະຊຸມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໋ວັນຈຽນ ໄດ້ຜັນຂະຫຍາຍບັນດາເນື້ອໃນສຳຄັນ ແລະ ຄຸນຄ່າຫຼັກແຫຼ່ງແກ່ນສານຂອງປຶ້ມ, ເຮັດແຈ້ງຈິນຕະນາການສະເໝີຕົ້ນສະເໝີປາຍຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ນີ້ແມ່ນປຶ້ມຄູ່ມື, ເປັນເອກະສານອັນລ້ຳຄ່າ ຊ່ວຍໃຫ້ຄະນະພັກທຸກຂັ້ນ ເຊື່ອມຊຶມ ແລະ ໝູນໃຊ້ຢ່າງຈະແຈ້ງກວ່າເຂົ້າໃນການສ້າງ ແລະ ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ