ປຶ້ມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: “ເຂັມ​ຊີ້​ທິດ” ໃຫ້​ແກ່​ວຽກ​ງານ​​ພົວ​ພັນ​ຕ່າງ​ປະ​ເທດ

(VOVWORLD) - ປຶ້ມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນປຶ້ມຄູ່ມືທີ່ລ້ຳຄ່າ, ມີທັງຄຸນຄ່າດ້ານທິດສະດີ ແລະ ພຶດຕິກຳຕົວຈິງຢ່າງແທ້ຈິງ ຊ່ວຍໃຫ້ພະນັກງານເຮັດວຽກງານພົວພັນຕ່າງປະເທດຢູ່ນະຄອນ ເຊື່ອມຊຶມທັດສະນະ, ແນວທາງຂອງພັກ, ລັດ ກ່ຽວກັບວຽກງານນີ້ໄດ້ຢ່າງເລິກເຊິ່ງກວ່າ. 
ປຶ້ມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: “ເຂັມ​ຊີ້​ທິດ” ໃຫ້​ແກ່​ວຽກ​ງານ​​ພົວ​ພັນ​ຕ່າງ​ປະ​ເທດ - ảnh 1ປຶ້ມ “ກໍ່ສ້າງ ແລະ ພັດທະນາພື້ນຖານການພົວພັນຕ່າງປະເທດ, ການທູດ ຫວຽດນາມ ຮອບດ້ານ, ທັນສະໄໝ, ເຂັ້ມຂົ້ນໄປດ້ວຍສີສັນ “ໄມ້ໄຜ່ ຫວຽດນາມ”” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ(ພາບ: TTXVN)

ໃນສະພາບວຽກງານພົວພັນຕ່າງປະເທດ, ການທູດ ຫວຽດນາມ ບັນລຸໄດ້ຜົນງານພົ້ນເດັ່ນທີ່ສຸດໃນປີ 2023, ປຶ້ມທີ່ມີຫົວຂໍ້ “ກໍ່ສ້າງ ແລະ ພັດທະນາພື້ນຖານການພົວພັນຕ່າງປະເທດ, ການທູດ ຫວຽດນາມ ຮອບດ້ານ, ທັນສະໄໝ, ເຂັ້ມຂົ້ນໄປດ້ວຍສີສັນ “ໄມ້ໄຜ່ ຫວຽດນາມ”” ຂອງທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ພາຍຫຼັງໄດ້ພິມຈຳໜ່າຍ ກໍໄດ້ຮັບຄວາມນິຍົມຂອງຜູ້ອ່ານຢ່າງສຸດໃຈ, ໂດຍສະເພາະແມ່ນພະນັກງານ, ສະມາຊິກພັກທີ່ເຮັດວຽກໃນຂົງເຂດພົວພັນຕ່າງປະເທດ ແລະ ການທູດ.

        ທ່ານ ເຈິ່ນເຟຶອກແອັງ, ຫົວໜ້າພະແນກການຕ່າງປະເທດ ນະຄອນ ໂຮ່ຈີມິນ ຖືວ່າ ຜົນງານນີ້ ມີຄຸນຄ່າທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ແມ່ນ “ເຂັມຊີ້ທິດ” ໃຫ້ແກ່ການເຄື່ອນໄຫວພົວພັນຕ່າງປະເທດ, ການທູດ ຂອງພື້ນຖານການທູດ ຫວຽດນາມ. ທ່ານ ເຈິ່ນເຟືອກແອັງ ຢັ້ງຢືນວ່າ ປຶ້ມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນປຶ້ມຄູ່ມືທີ່ລ້ຳຄ່າ, ມີທັງຄຸນຄ່າດ້ານທິດສະດີ ແລະ ພຶດຕິກຳຕົວຈິງຢ່າງແທ້ຈິງ ຊ່ວຍໃຫ້ພະນັກງານເຮັດວຽກງານພົວພັນຕ່າງປະເທດຢູ່ນະຄອນ ເຊື່ອມຊຶມທັດສະນະ, ແນວທາງຂອງພັກ, ລັດ ກ່ຽວກັບວຽກງານນີ້ໄດ້ຢ່າງເລິກເຊິ່ງກວ່າ; ສືບຕໍ່ສາມັກຄີ, ຮ່ວມແຮງຮ່ວມໃຈປະຕິບັດບັນດາໜ້າທີ່ດ້ານການເມືອງຂອງຕົນໃຫ້ເປັນຢ່າງດີ, ປະກອບສ່ວນພ້ອມກັບຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນກໍ່ສ້າງນະຄອນ ກາຍເປັນຕົວເມືອງອັດສະລິຍະ ແລະ ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ