ປື້ມ“ລັດຖະທຳມະນູນປະເທດສສຫວຽດນາມ-ພື້ນຖານດ້ານການເມືອງ…

ປື້ມ“ລັດຖະທຳມະນູນປະເທດສສຫວຽດນາມ-ພື້ນຖານດ້ານການເມືອງ… - ảnh 1
ພາບປະກອບ

 (vovworld) - ຜະລິດ​ຕະພັນ​ການ​ພິມ “ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ - ພື້ນຖານ​ດ້ານ​ການ​ເມືອງ, ນິຕິ​ກຳ​ໃຫ້​ກິດ​ຈະ​ການ​ປ່ຽນ​ໃໝ່​ປະ​ເທດ​ໃນ​ໄລຍະ​ໃໝ່​ຢ່າງຮອບດ້ານ“ ​ໂດຍ​ວາລະສານ​ຄົ້ນ​ຄ້ວາ​ນິຕິບັນຍັດ (ສັງກັດ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ນິຕິບັນຍັດ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ) ພິມ​ຈຳໜ່າຍ​, ຖືກ​ແນະນຳ​ໃຫ້​ບັນດາ​ນັກຮຽນ​ຮູ້, ນັກ​ຄົ້ນ​ຄ້ວາ, ນັກ​ຊ່ຽວຊານ​ດ້ານ​ກົດໝາຍ ​ແລະ ຜູ້​ອ່ານ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃນຕອນ​ເຊົ້າ​ວັນ​ທີ 5/9, ຢູ່​ຮ່າ​ໂນ້ຍ. ນອກຈາກ​ເຕື້ອງ​ເຖິງ​ບັນດາ​ບັນຫາ​ລວມຂອງ​ລັດຖະທຳ​ມະນູນ​ປີ 2013, ​ໄຈ້​ແຍກ, ຢືນຢັນ​ບັນດາ​ຄຸນຄ່າ​ພື້ນຖານ, ຄາດໝາຍ​ພື້ນຖານ​ຂອງ​ລັດ​ແຫ່ງ ສສ ຫວຽດນາມ, ​ໂດຍ​ປະຊາຊົນ​ເປັນ​ເຈົ້າ, ສິດ​ອຳນາດ​ທັງ​ໝົດ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ. ປື້​ມຫົວ​ນີ້​ຍັງ​ສຸມ​ໃສ່​ໄຈ້​ແຍກ​ບັນດາ​ຈຸດ​ໃໝ່​ທີ່​ສຳຄັນ​ຂອງ​ລັດຖະທຳ​ມະນູນ​ກ່ຽວ​ກັບ​ສິດ​ຂອງ​ມະນຸດ; ການຈັດ​ຕັ້ງ​ກົງຈັກ​ລັດ; ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ, ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ. 

ຕາມ​ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ​ແລ້ວ, ​ເລື່ອງ​ຈຳໜ່າຍ​ປື້​ມດັ່ງກ່າວ​ແມ່ນສະ​ແດງ​ຄວາມ​ຮັບຜິດຊອບ​ສູງ​ໃນ​ວຽກ​ງານ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ​ຕາມ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ. ນີ້​ກໍ່​ແມ່ນ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ​ສຳຄັນ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເພື່ອ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ເລືອກ​ຕັ້ງ​ ສະພາ​ແຫ່ງ​ຊາດ​ຫວຽດນາມ​ຄັ້ງ​ທຳ​ອິດ​ (6/1/1946-6/1/2016).

ຂ່າວ/ບົດ​ອື່ນ