ປະກອບຄຳເຫັນໃສ່ຮ່າງປື້ມປົກຂາວວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ 2017 ໃຫ້ສົມບູນແບບ

(VOVWORLD) - ປື້ມປົກຂາວວິທະຍາສາດ ແລະ ເຕັກໂນໂລຢີປີ 2017 ແນໃສ່ປະກາດໝາກຜົນແຫ່ງການເຄື່ອນໄຫວໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຢີປີ 2017

ວັນທີ 30 ພຶດສະພາ, ທີ່ຮ່າໂນ້ຍ, ກົມຂໍ້ມູນຂ່າວສານວິທະຍາສາດ ແລະ ເຕັກໂນໂລຢີແຫ່ງຊາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະກອບຄຳເຫັນໃສ່ຮ່າງປື້ມປົກຂາວວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມປີ 2017. ນີ້ແມ່ນປີທີ 5, ກະຊວງວິທະຍາສາດ ແລະເຕັກໂນໂລຢີ ຜັນຂະຫຍາຍການຮຽບຮຽງ ແລະ ພິມຈຳໜ່າຍປື້ມປົກຂາວ. ປື້ມປົກຂາວວິທະຍາສາດ ແລະ ເຕັກໂນໂລຢີປີ 2017 ແນໃສ່ປະກາດໝາກຜົນແຫ່ງການເຄື່ອນໄຫວໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຢີປີ 2017; ບັນດາແຜນນະໂຍບາຍ, ນະໂຍບາຍ, ຍຸດທະສາດດ້ານວິທະຍາສາດ ແລະ ເຕັກໂນໂລຢີ ກໍຄືບັນດາການເຄື່ອນໄຫວຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຢີປີ 2017…

        ບັນດາເນື້ອໃນຂອງຮ່າງປື້ມປົກຂາວກ່ຽວຂ້ອງເຖິງໝາກຜົນການເຄື່ອນໄຫວຂອງຊັບສິນທາງປັນຍາ, ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີຢູ່ທ້ອງຖິ່ນ, ມາດຕະຖານ - ການວັດແທກ - ຄຸນນະພາບ, ຂົງເຂດສັງຄົມ - ທຳມະຊາດ, ພະລັງານປະລະມານູ… ໄດ້ຮັບການປະກອບຄຳເຫັນຈາກບັນດາຜູ້ແທນ ເພື່ອເຮັດໃຫ້ໝາກຜົນໃນບັນດາຂົງເຂດດັ່ງກ່າວ ພົ້ນເດັ່ນຂຶ້ນ.

       


 

ຕອບກັບ

ຂ່າວ/ບົດ​ອື່ນ