ປະກອບສ່ວນໃຫ້ IPU ຢ່າງແທດຈິງ ແລະ ປະກອບສ່ວນຊຸກຍູ້, ເປີດກ້ວາງການຮ່ວມມື ຫວຽດນາມ - ກາຊັກສະຖານ

(VOVWORLD) - ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມທຸກການເຄື່ອນໄຫວຂອງ IPU-137
ປະກອບສ່ວນໃຫ້ IPU ຢ່າງແທດຈິງ ແລະ ປະກອບສ່ວນຊຸກຍູ້, ເປີດກ້ວາງການຮ່ວມມື ຫວຽດນາມ - ກາຊັກສະຖານ - ảnh 1ທ່ານ ຫງວຽນວັນເຢົ່າ ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ 

ວັນທີ 18 ຕຸລາ, ທ່ານ ຫງວຽນວັນເຢົ່າ ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ໄດ້ຕອບສຳພາດຕໍ່ສຳນັກຂ່າວສານ ກ່ຽວກັບບັນດາໝາກຜົນສຳຄັນ ພາຍຫລັງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ສິ້ນສຸດບັນດາການເຄື່ອນໄຫວເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 137 (IPU-137) ຢູ່ນະຄອນ Saint Petersburg ສະຫະພັນ ລັດເຊຍ ແລະ ຢ້ຽມຢາມປະເທດ ກາຊັກສະຖານ ຢ່າງເປັນທາງການ. ທ່ານ ຫງວຽນວັນເຢົ່າ ໃຫ້ຮູ້ວ່າ: ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມທຸກການເຄື່ອນໄຫວຂອງ IPU-137 ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ມີບົດກ່າວປາໄສສຳຄັນໃນມື້ເຮັດວຽກທຳອິດ ເຊິ່ງໄດ້ຮັບການຕີລາຄາສູງຈາກປະທານສະພາແຫ່ງຊາດ ແລະ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ/ລັດຖະສະພາບັນດາປະເທດຫລາຍທ່ານ ເມື່ອໄດ້ຍົກອອກຂໍ້ສະເໜີ, ຂໍ້ສະເໜີແນະກ່ຽວກັບບັນດາມາດຕະການທີ່ຕິດແທດກັບສະພາບການໂລກທີ່ສຸດ. ຢູ່ນອກກອງປະຊຸມ, ທີ່ບັນດາການພົບປະ 2 ຝ່າຍກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ຜູ້ຕາງໜ້າການນຳລັດຖະສະພາບັນດາປະເທດ ຕີລາຄາສູງຜົນງານແຫ່ງການພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ ແລະ ຖືວ່າ ທີ່ຕັ້ງຂອງ ຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ບັນດາປະເທດກໍ່ສະເໜີ ເພີ່ມທະວີການຮ່ວມມືລັດຖະສະພາ, ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ.

ປະກອບສ່ວນໃຫ້ IPU ຢ່າງແທດຈິງ ແລະ ປະກອບສ່ວນຊຸກຍູ້, ເປີດກ້ວາງການຮ່ວມມື ຫວຽດນາມ - ກາຊັກສະຖານ - ảnh 2  ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ມີບົດກ່າວປາໄສສຳຄັນໃນມື້ເຮັດວຽກທຳອິດ

        ກ່ຽວກັບການຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ທ່ານ ຫງວຽນວັນເຢົ່າ ເນັ້ນໜັກວ່າ ການຢ້ຽມຢາມໃນຄັ້ງນີ້ ມີລັກສະນະປະຫວັດສາດໃນການພົວພັນ 2 ຝ່າຍ. ການເຄື່ອນໄຫວຂອງທ່ານນາງ ຫງວຽນທິກີມເງິນ ກັບບັນດາການນຳຂອງ ກາຊັກສະຖານ ແມ່ນປະສົບຜົນສຳເລັດຢ່າງຈົບງາມ. ບັນດາການພົບປະ ໄດ້ດຳເນີນໄປໃນບັນຍາກາດອັນອົບອຸ່ນ, ຈິງໃຈ, ເປີດອົກເປີດໃຈ. ບັນດາເນື້ອໃນການເຮັດວຽກໄດ້ຮັບການແລກປ່ຽນຢ່າງກົງໄປກົງມາ, ແທດຈິງ, ຕີລາຄາສິ່ງເຮັດໄດ້ ແລະ ສິ່ງຍັງບໍ່ທັນເຮັດໄດ້, ກໍ່ຄືສິ່ງໃດ ຄວນສືບຕໍ່ແລກປ່ຽນເພື່ອຮ່ວມມື. ການຢ້ຽມຢາມຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຈະເປີດບັນດາກາລະໂອກາດຮ່ວມມືໃໝ່ ລະຫວ່າງ 2 ປະເທດ ກໍ່ຄືລະຫວ່າງ 2 ສະພາແຫ່ງຊາດໃນຊຸມປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ