ປະກາດ 10 ເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວດີເດັ່ນໃນປີ 2023

(VOVWORLD) - ຢືນອັນດັບໜຶ່ງ ໃນ 10 ເຫດການວັດທະນະທຳ, ກິລາ, ທ່ອງທ່ຽວ ພົ້ນເດັ່ນປີ 2023 ແມ່ນການສະເຫຼີມສະຫຼອງ 80 ປີແຫ່ງການກຳເນີດ ແຜນຮ່າງວັດທະນະທຳ ຫວຽດນາມ.
ປະກາດ 10 ເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວດີເດັ່ນໃນປີ 2023 - ảnh 1ການສະເຫຼີມສະຫຼອງ 80 ປີແຫ່ງການກຳເນີດ ແຜນຮ່າງວັດທະນະທຳ ຫວຽດນາມ
(ພາບ:chinhphu.vn)

ວັນທີ 29 ທັນວາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ປະກາດ 10 ເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ດີເດັ່ນຂອງປີນີ້.

        ຢືນອັນດັບໜຶ່ງ ໃນ 10 ເຫດການວັດທະນະທຳ, ກິລາ, ທ່ອງທ່ຽວ ພົ້ນເດັ່ນປີ 2023 ແມ່ນການສະເຫຼີມສະຫຼອງ 80 ປີແຫ່ງການກຳເນີດ ແຜນຮ່າງວັດທະນະທຳ ຫວຽດນາມ. ນອກຈາກນັ້ນ, ບາງເຫດການພົ້ນເດັ່ນເປັນໜ້າສົນໃຈເຊິ່ງລວມມີ: ອຸດສາຫະກຳວັດທະນະທຳມີຜົນງານພົ້ນເດັ່ນ, ໂຫ້ຍອານ, ດາລາດ ໂດຍອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ຮັບຮອງເປັນນະຄອນປະດິດຄິດສ້າງ; ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກຂອງຄະນະກຳມະການມໍລະດົກໂລກອາຍຸການ 2023 – 2027; ທິມຊາດບານເຕະຍິງ ຫວຽດນາມ ເຂົ້າຮ່ວມຮອບຊິງຊະນະເລີດ FIFA World Cup ຍິງ 2023; ກິລາຍິງປືນ ຫວຽດນາມ ເປັນຄັ້ງທຳອິດໃນປະຫວັດສາດຄ້ວາໄດ້ຫຼຽນຄຳ ໃນງານມະຫາກຳກິລາອາຊີ - ASIAD 19 ຢູ່ ຫາງເຈົາ (ປະເທດຈີນ) ; ການທ່ອງທ່ຽວ ຫວຽດນາມ ຄ້ວາໄດ້ຫຼາຍລາງວັນຂອງອົງການລາງວັນທ່ອງທ່ຽວໂລກປີ 2023; ໃນນັ້ນ, ຫວຽດນາມ ໄດ້ເຊີດຊູເປັນສະຖານທີ່ມໍລະດົກແຖວໜ້າໂລກ ຄັ້ງທີ 4 ແລະ ໄດ້ຮັບເລືອກເຟັ້ນເປັນສະຖານທີ່ທ່ອງທ່ຽວແຖວໜ້າ ອາຊີ ເປັນຄັ້ງທີ 5.

ຕອບກັບ

ຂ່າວ/ບົດ​ອື່ນ