ປະກາດ 10 ແບບຢ່າງເປັນຊາວໜຸ່ມດີເດັ່ນຂອງ ຫວຽດນາມ ປີ 2023

(VOVWORLD) - 10 ແບບຢ່າງໜຸ່ມ ຫວຽດນາມ ດີເດັ່ນ ປີ 2023 ແລະ 9 ແບບຢ່າງຊາວໜຸ່ມ ຫວຽດນາມ ທີ່ມີແງ່ຫວັງ ປີ 2023 ໃນບັນດາຂົງເຂດ
ປະກາດ 10 ແບບຢ່າງເປັນຊາວໜຸ່ມດີເດັ່ນຂອງ ຫວຽດນາມ ປີ 2023 - ảnh 110 ແບບຢ່າງໜຸ່ມ ຫວຽດນາມ ດີເດັ່ນ ປີ 2023
(ພາບ:BTC)

ວັນທີ 20 ມີນາ, ຄະນະເລຂາສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມີໃບຢັ້ງຢືນກ່ຽວກັບການຮັບຮູ້ ແບບຢ່າງຊາວໜຸ່ມ ຫວຽດນາມ ດີເດັ່ນ, ແບບຢ່າງໜຸ່ມ ຫວຽດນາມ ທີ່ມີແງ່ຫວັງປີ 2023. 10 ແບບຢ່າງໜຸ່ມ ຫວຽດນາມ ດີເດັ່ນ ປີ 2023 ແລະ 9 ແບບຢ່າງຊາວໜຸ່ມ ຫວຽດນາມ ທີ່ມີແງ່ຫວັງ ປີ 2023 ໃນບັນດາຂົງເຂດ, ຄື: ຂົງເຂດການຮ່ຳຮຽນ, ຄົ້ນຄ້ວາວິທະຍາສາດ - ປະດິດຄິດສ້າງ, ອອກແຮງງານທຳການຜະລິດ, ດຳເນີນທຸລະກິດ - ເລີ່ມທຸລະກິດ, ການປ້ອງກັນຊາດ, ຄວາມເປັນລະບຽບຮຽບຮ້ອຍ, ກິລາ - ກາຍຍະກຳ, ການເຄື່ອນໄຫວສັງຄົມ ແລະ ວັດທະນະທຳ ສິລະປະ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ກ່ອນນັ້ນ, ສະພາມອບລາງວັນໄດ້ຈັດກອງປະຊຸມ 2 ຄັ້ງ, ປຶກສາຫາລື, ປະກອບຄຳເຫັນ ແລະ ປ່ອນບັດຄັດເລືອກບັນດາແບບຢ່າງຊາວໜຸ່ມດີເດັ່ນ ຫວຽດນາມ , ແບບຢ່າງຊາວໜຸ່ມ ຫວຽດນາມ ທີ່ມີແງ່ຫວັງປີ 2023. ພິທີຍ້ອງຍໍຊົມເຊີຍຈະຈັດຂຶ້ນໃນຕອນຄ່ຳວັນທີ 23 ມີນາ, ຢູ່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ