ປະ​ກາດ 11 ​ບຸກ​ຄົນ, ຜົນ​ງານທີ່​ສະ​ເໜີ​​ເຂົ້າ​ຮອ​ບ​ຄັດ​ເລືອກຂອງການ​ແຂ່ງ​ຂັນ​ຂິງ​ລາງວັນ “ບຸ່ຍ​ຊວ​ັນ​ຟ໊າຍ - ເພື່ອ​ຄວາມ​ຮັກ ຮ່າ​ໂນ້ຍ” ປີ 2021

(VOVWORLD) -ການແຂ່ງຂັນຊິງລາງວັນ “ບຸ່ຍຊວັນຟ໊າຍ - ເພື່ອຄວາມຮັກຮ່າໂນ້ຍ” ແມ່ນເພື່ອແນໃສ່ມອບໃຫ້ນັກປະພັນ, ຜົນງານ, ແນວຄວາມຄິດ, ການກະທຳທີ່ມີຄຸນຄ່າສູງທາງດ້ານວິທະຍາສາດ, ສິລະປະ ແລະ ຄວາມຮັກສາຮ່າໂນ້ຍ.
ປະ​ກາດ 11 ​ບຸກ​ຄົນ, ຜົນ​ງານທີ່​ສະ​ເໜີ​​ເຂົ້າ​ຮອ​ບ​ຄັດ​ເລືອກຂອງການ​ແຂ່ງ​ຂັນ​ຂິງ​ລາງວັນ “ບຸ່ຍ​ຊວ​ັນ​ຟ໊າຍ - ເພື່ອ​ຄວາມ​ຮັກ ຮ່າ​ໂນ້ຍ” ປີ 2021 - ảnh 1ປຶ້ມ "Thang Long Kinh ki - Ke cho" ໜຶ່ງໃນບັນດາຜະລິດຕະພັນເຂົ້າຮ່ວມການເສັງຊິງລາງວັນ (ພາບ: dangcongsan.vn)
 
 

ສະພາກຳມະການ ການແຂ່ງຂັນຊິງລາງວັນ “ບຸ່ຍຊວນຟ໊າຍ - ເພື່ອຄວາມຮັກ ຮ່າໂນ້ຍ” ຄັ້ງທີ 14 ປີ 2021 ຫາກໍປະກາດບັນຊີລາຍຊື່ 11 ບຸກຄົນ, ຜົນງານທີ່ສະເໜີແກ່ 4 ລາຍການຂອງການແຂ່ງຂັນ, ຈາກນັ້ນ, ຈະຄັດເລືອກເອົາບັນດາບຸກຄົນ, ຜົນງານທີ່ໄດ້ຮັບລາງວັນຢ່າງເປັນທາງການ. ຄາດວ່າ ພິທີປະກາດ ແລະ ມອບລາງວັນຈະດຳເນີນໃນກາງເດືອນຕຸລາ 2021 ຢູ່ ຮ່າໂນ້ຍ.

        ນອກຈາກ “ລາງວັນໃຫຍ່” ທີ່ຈະປະກາດໃນພິທີມອບລາງວັນແລ້ວ, ຄະນະຈັດຕັ້ງຈະໄດ້ແນະນຳ 10 ບຸກຄົນ ແລະ ຜົນງານໃຫ້ແກ່ 3 ລາຍການ: “ຜົນງານ”, “ແນວຄວາມຄິດ” ແລະ “ການກະທຳ” ກໍຈະໄດ້ປະກາດ ແລະ ຈັດອັນດັບແບບບັງເອີນ. 11 ບຸກຄົນ ແລະ ຜົນງານເຫຼົ່ານັ້ນ ສະພາກຳມະການໄດ້ຄັດເລືອກມາຈາກຫຼາຍສິບບຢ່າງ, ແນວຄວາມຄິດ, ການກະທຳ, ຜະລິດຕະພັນ… ທີ່ຕິດພັນກັບ ຮ່າໂນ້ຍ ໃນຊຸມປີຜ່ານມາ. ໃນນັ້ນ, ມີບັນດາໂຄງການຕິດພັນກັບແຜນນະໂຍບາຍຂອງນະຄອນ, ມີໂຄງການລະອຽດຕິດພັນກັບເຂດໜຶ່ງຢູ່ຮ່າໂນ້ຍ ຫຼື ຊາວຕ່າງປະເທດທີ່ສະແດງຄວາມຮັກຕໍ່ຮ່າໂນ້ຍ…

        ການແຂ່ງຂັນຊິງລາງວັນ “ບຸ່ຍຊວັນຟ໊າຍ - ເພື່ອຄວາມຮັກຮ່າໂນ້ຍ” ແມ່ນເພື່ອແນໃສ່ມອບໃຫ້ນັກປະພັນ, ຜົນງານ, ແນວຄວາມຄິດ, ການກະທຳທີ່ມີຄຸນຄ່າສູງທາງດ້ານວິທະຍາສາດ, ສິລະປະ ແລະ ຄວາມຮັກສາຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ