ປະກາດ 121 ເຍື່ອງອາຫານທີ່ມີຊື່ສຽງຂອງ ຫວຽດນາມ

(VOVWORLD) -VCCA ໄດ້ປະກາດ 121 ເຍື່ອງອາຫານທີ່ມີຊື່ສຽງຂອງ ຫວຽດນາມ ໃນປີ 2022, ໃນນັ້ນມີອາຫານທາງພາກເໜືອ 47 ເຍື່ອງ, ອາຫານທາງພາກກາງ 37 ເຍື່ອງ ແລະ ອາຫານທາງພາກໃຕ້ 37 ເຍື່ອງ.
ປະກາດ 121 ເຍື່ອງອາຫານທີ່ມີຊື່ສຽງຂອງ ຫວຽດນາມ - ảnh 1ພິທີປະກາດການໄປເດີນທາງຊອກຫາຄຸນຄ່າວັດທະນະທຳອາຫານການກິນ ຫວຽດນາມ
(ພາບ: TTXVN)

        ຕອນບ່າຍວັນທີ 22 ທັນວາ, ຢູ່ນະຄອນ ໂຮ່ຈີມິນ, ສະມາຄົມວັດທະນະທຳ ແລະ ອາຫານການກິນ ຫວຽດນາມ (VCCA) ໄດ້ສົມທົບກັບບາງຫົວໜ່ວຍຈັດພິທີປະກາດການເດີນທາງໄປຊອກຫາຄຸນຄ່າວັດທະນະທຳອາຫານການກິນ ຫວຽດນາມ. ລະອຽດແມ່ນ, VCCA ໄດ້ປະກາດ 121 ເຍື່ອງອາຫານທີ່ມີຊື່ສຽງຂອງ ຫວຽດນາມ ໃນປີ 2022, ໃນນັ້ນມີອາຫານທາງພາກເໜືອ 47 ເຍື່ອງ, ອາຫານທາງພາກກາງ 37 ເຍື່ອງ ແລະ ອາຫານທາງພາກໃຕ້ 37 ເຍື່ອງ. ເລື່ອງປະກາດເຍື່ອງອາຫານທີມີຊື່ສຽງ ຫວຽດນາມ ແມ່ນເພື່ອແນໃສ່ນຳເຄື່ອງໝາຍການຄ້າ ຫວຽດນາມ ອອກສູ່ໂລກ ຜ່ານວັດທະນະທຳອາຫານການກິນ. ໃນໄລຍະຈະມາເຖິງ, VCCA ຈະສືບຕໍ່ສ້າງຖານຂໍ້ມູນວັດທະນະທຳອາຫານການກິນ ຫວຽດນາມ ໃຫ້ສົມບູນແບບ, ດ້ວຍເປົ້າໝາຍຊອກອາຫານແຊບນົວໃຫ້ໄດ້ 1.000 ເຍື່ອງໃນປີ 2023. ບັນດາຂໍ້ມູນດັ່ງກ່າວໄດ້ນຳໃຊ້ເພື່ອສ້າງ “ແຜນທີ່ອາຫານ ຫວຽດນາມ” ໃຫ້ສົມບູນແບບໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ