ປະກາດ Top 500 ວິສາຫະກິດບັນລຸຜົນກໍາໄລຫຼາຍທີ່ສຸດຂອງຫວຽດນາມ ໃນປີ 2019

(VOVWORLD) -   ວັນທີ 06 ພະຈິກ, ຢູ່ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນລາຍງານ, ຕີລາຄາ ຫວຽດນາມ ໄດ້ສົມທົບກັບສື່ເອເລັກໂຕນິກ (Vietnam Net) ຈັດຕັ້ງພິທີ ປະກາດ Top 500 ວິສາຫະກິດມີກໍາໄລຫຼາຍທີ່ສຸດຢູ່ຫວຽດນາມ ໃນປີ 2019.
ປະກາດ Top 500 ວິສາຫະກິດບັນລຸຜົນກໍາໄລຫຼາຍທີ່ສຸດຂອງຫວຽດນາມ ໃນປີ 2019 - ảnh 1ປະກາດ Top 500 ວິສາຫະກິດບັນລຸຜົນກໍາໄລຫຼາຍທີ່ສຸດຂອງຫວຽດນາມ ໃນປີ 2019  

  ນີ້ແມ່ນບັນດາວິສາຫະກິດ, ບໍລິສັດ, ກຸ່ມບໍລິສັດທີ່ບັນລຸໝາກຜົນການເຄື່ອນໄຫວດໍາເນີນທຸລະກິດທີ່ເປັນໜ້າປະທັບໃຈ, ມີຄວາມສາມາດສ້າງກໍາໄລໄດ້ເປັນດີ ແລະ ມີຄວາມສາມາດບົ່ມຊ້ອນກາຍເປັນເສົາຄໍ້າໃຫ້ແກ່ການພັດທະນາໃນອະນາຄົດຂອງພື້ນຖານເສດຖະກິດຫວຽດນາມ ເຊິ່ງລວມມີ: ທະນາຄານການຄ້າຫຸ້ນສ່ວນການຄ້າຕ່າງປະເທດ ຫວຽດນາມ (Vietcombank), ບໍລິສັດໃຫຍ່ໂທລະຄົມມະນາຄົມ Mobiphone, ບໍລິສັດຫຸ້ນສ່ວນກຸ່ມບໍລິສັດທີ່ດິນສີຂຽວ, ກຸ່ມບໍລິສັດ Vingroup, ບໍລິສັດຫຸ້ນສ່ວນນໍ້າຕານ ກວ໋າງຫງ໋າຍ, ບໍລິສັດຫຸ້ນສ່ວນ Vicostone....


ຕອບກັບ

ຂ່າວ/ບົດ​ອື່ນ