ປະກາດ “ ມໍລະດົກວັດຖຸເອກະສານກາບກອນເທິ່ງສະຖາປັດຕະຍະກຳພະລາດຊະວັງເຫ້ວທີ່ຂຶ້ນກັບໂຄງການຄວາມຊົງຈຳໂລກ


ປະກາດ “ ມໍລະດົກວັດຖຸເອກະສານກາບກອນເທິ່ງສະຖາປັດຕະຍະກຳພະລາດຊະວັງເຫ້ວທີ່ຂຶ້ນກັບໂຄງການຄວາມຊົງຈຳໂລກ - ảnh 1
ພິ​ທີ​ປະ​ກາດ ມໍ​ລະ​ດົກ​ວັດ​ຖຸ​ເອ​ກະ​ສານ​ກາບກອນ​ເທິ່ງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ພະ​ລາດ​ຊະ​ວັງ ​ເຫ້ວ​ທີ່​ຂຶ້ນ​ກັບ​ໂຄງ​ການ​ຄວາມ​ຊົງ​ຈຳ​ໂລກ​

(vovworld)- ຕອນ​ເຊົ້າວັນ​ທີ 11/6, ຢູ່ນະ​ຄອນ​ເຫ້ວ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ ໄດ້​ຈັດ​ພິ​ທີ​ປະ​ກາດ “ ມໍ​ລະ​ດົກ​ວັດ​ຖຸ​ເອ​ກະ​ສານ​ກາບກອນ​ເທິ່ງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ພະ​ລາດ​ຊະ​ວັງ​ເຫ້ວ​ທີ່​ຂຶ້ນ​ກັບ​ໂຄງ​ການ​ຄວາມ​ຊົງ​ຈຳ​ໂລກ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ ຂອງ UNESCO”. ມໍ​ລະ​ດົກ​ວັດ​ຖຸ​ເອ​ກະ​ສານ​ກາບກອນ​ເທິ່ງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ພະ​ລາດ​ຊະ​ວັງ​ເຫ້ວໄດ້​ຮັບ​ການ​ເຊີດ​ຊູ​ເຂົ້າ​ໃນ ໂຄງ​ການ​ຄວາມ​ຊົງ​ຈຳ​ໂລກ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ ແລະ ໄດ້​ຮັບ​ການ​ປະ​ກາດ​ທີ່ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 7 ຂອງ​ຄະ​ນະ​ກຳ​ມະ​ການ ​​ຄວາມ​ຊົງ​ຈຳ​ໂລກ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ ຢູ່​ກຸງ​ເກົ່າ​ເຫ້ວ​ໃນ​ກາງ​ເດືອນ 5 ທີ່​ຜ່າ​ນມາ. ທ່ານ ຟານ​ແທງ​ຫາຍ, ຜູ້​ອຳ​ນວຍ​ການ​ສູນ​ອະ​ນຸ​ລັກ​ຮັກ​ສາ​ປູ​ຊະ​ນີ​ຍະ​ສະ​ຖານ​ກຸງ​ເກົ່າ​ເຫ້ວ ໃຫ້​ຮູ້​ວ່າ : 

   “ກາບກອນ​ເທິ່ງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ພະ​ລາດ​ຊະ​ວັງ​ເຫ້ວແມ່ນ​ມໍ​ລະ​ດົກ​ທີ 5 ຂອງ​ກຸງ​ເກົ່​າເຫ້ວ​ຊຶ່ງ​ໄດ້​ຮັບ​ການ​ເຊີດ​ຊູ​ຈາກ UNESCO. ນີ້​ແມ່ນ​ການ​ຮັບ​ຮູ້​ຢ່າງ​ໃຫຍ່ຫຼວງ​ສຳ​ລັບ​ເຫື່ອ​ແຮງບໍ່​ພຽງ​ແຕ່​ຂອງ​ພວກ​ຂ້າ​ພ​ະເຈົ້າ​ເທົ່າ​ນັ້ນ, ຫາກ​ຍັງ​ຂອງຫຼາຍ​ຄົນ, ໃນ​ນັ້ນ​ມີ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ຂອງ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ UNESCO ຫວຽດ​ນາມ ”
ຂ່າວ/ບົດ​ອື່ນ