ປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການສ້າງຕັ້ງຫໍພິພິທະພັນສື່ມວນຊົນຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ສະມາຄົມນັກຂ່າວຫວຽດນາມ ໄດ້ຈັດພິທີປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບການສ້າງຕັ້ງຫໍພິພິທະພັນສື່ມວນຊົນຫວຽດນາມ.

ປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການສ້າງຕັ້ງຫໍພິພິທະພັນສື່ມວນຊົນຫວຽດນາມ - ảnh 1 ປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການສ້າງຕັ້ງຫໍພິພິທະພັນສື່ມວນຊົນຫວຽດນາມ

(ພາບ: Vietnam+)

ວັນທີ 28 ກໍລະກົດ 2017, ທ່ານນາຍົກລັດຖະມົນຕີ ໄດ້ເຊັນຂໍ້ຕົກລົງອະນຸມັດໃຫ້ສ້າງຕັ້ງຫໍພິພິທະພັນຢູ່ຕຶກອາຄານສະມາຄົມນັກຂ່າວຫວຽດນາມ, ຢູ່ຮ່າໂນ້ຍ. ຫໍພິພິຕະພັນສື່ມວນຊົນຫວຽດນາມ ປະຕິບັດໜ້າທີ່ສະສົມເກັບຮັກສາ, ກວດກາ, ວາງສະແດງ…  ນອກນັ້ນ, ຫໍພິພິຕະພັນສື່ມວນຊົນຫວຽດນາມ ມີໜ້າທີ່ຄົ້ນຄວ້າວິທະຍາຍາດເພື່ອຮັບໃຊ້ການຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳສື່ມວນຊົນຫວຽດນາມ. ນັກຂ່າວ ໂຮ່ກວາງເລີ້ຍ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ ໃຫ້ຮູ້ວ່າ.

        “ຫໍພິພິທະພັນສື່ມວນຊົນຫວຽດນາມ ໄດ້ສົ່ງສານຢ່າງມີຊີວິດຊີວາ, ດູດດື່ມ, ມີປະສິດທິຜົນກ່ຽວກັບບັນດາສານທີ່ສັກກະລະບູຊາຈາກອະດີດຕະການ, ແມ່ນຄຳຮຽກຮ້ອງບອກເຕືອນນັກຂ່າວລຸ້ນຕ່າງໆໃນປະຈຸບັນ ແລະ ອະນາຄົດສືບທອດລຸ້ນພໍ່ລຸ້ນອ້າຍເພີ່ມພູມຄູນສ້າງມູນເຊື້ອອັນສະງ່າລາສີຂອງສື່ມວນຊົນຫວຽດນາມ. ຫໍພິພິທະພັນສື່ມວນຊົນຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມການເຄື່ອນໄຫວສື່ມວນຊົນພາຍໃນປະເທດເທົ່ານັ້ນ, ຫາກຍັງຕ້ອງກຳແໜ້ນ, ທັນກັບການເຄື່ອນໄຫວສື່ມວນຊົນຂອງບັນດາປະເທດອີກດ້ວຍ; ຈາກນັ້ນ ໂສມໜ້າສະເພາະໃນແຜນທີ່ຫໍພິພິທະພັນຫວຽດນາມ ແລະ ສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ