ປະກາດຄະນະຜູ້ແທນຊາວໜຸ່ມຫວຽດນາມ ເຂົ້າຮ່ວມ ລາຍການກໍ່າປັ່ນຊາວໜຸ່ມ ອາຊຽນ - ຍີ່ປຸ່ນ

(VOVWORLD) -ລາຍການກໍ່າປ່ັນຊາວໜຸ່ມ ອາຊຽນ - ຍີ່ປຸ່ນ (SSEAYP) ແມ່ນລາຍການພົບປະແລກປ່ຽນຊາວໜຸ່ມສາກົນ ທີ່ໄດ້ຈັດຂຶ້ນປະຈໍາປີ ເຊິ່ງແມ່ນລັດຖະບານຍີ່ປຸ່ນ ແລະ 10 ປະເທດ ໃນກຸ່ມ ອາຊຽນ ພ້ອມກັນຈັດຕັ້ງ, ຈຸດປະສົງແມ່ນເພີ່ມທະວີຄວາມຮູ້, ຄວາມສາມັກຄີ, ມິດຕະພາບລະຫວ່າງ ຍີ່ປຸ່ນ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.

ການເດີນທາງ SSEAYP ປີ 2019 ແມ່ນຈະໄປຜ່ານ 5 ປະເທດຄືຍີ່ປຸ່ນ, ຫວຽດນາມ, ສິງກະໂປ, ມຽນມາ ແລະ ມາເລເຊຍ ໃນລະຫວ່າງວັນທີ 23 ເດືອນຕຸລາຫາວັນທີ 13 ທັນວາ ປີ 2019. ໄວໜຸ່ມໃນພາກພື້ນ ຈະມີໂອກາດເພື່ອເປີດກວ້າງມູມມອງອອກສູ່ໂລກ ກໍຄືເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງຕົນ ຜ່ານບັນດາການເຄື່ອນໄຫວໃນກໍ່າປັ່ນ Nippon Maru ແລະ ຢູ່ບັນດາປະເທດທີ່ກໍ່າປັ່ນຈະເຂົ້າທຽບທ່າ.

ປະກາດຄະນະຜູ້ແທນຊາວໜຸ່ມຫວຽດນາມ ເຂົ້າຮ່ວມ ລາຍການກໍ່າປັ່ນຊາວໜຸ່ມ ອາຊຽນ - ຍີ່ປຸ່ນ - ảnh 1 ບັນຊີລາຍຊື່ຊາວໜຸ່ມດີເດັ່ນ 28 ຄົນ ຈະເຂົ້າຮ່ວມລາຍການ  SSEAYP 2019 

        ພິເສດ, ການເດີນທາງຂອງລາຍການ SSEAYP ປີນີ້ ຈະເລືອກຫວຽດນາມ ເປັນຈຸດນັດພົບທໍາອິດ. ກໍ່າປັ່ນ Nippon Maru  ຈະເຂົ້າທຽບທ່າກໍ່າປັ່ນ ນະຄອນໂຮ່ຈີມິນ ໃນວັນທີ 10 ພະຈິກ ແລະ ຈະຢູ່ຫວຽດນາມ 3 ມື້. ນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ຄະນະຜູ້ແທນຊາວໜຸ່ມຫວຽດນາມ ຈັດບັນດາການເຄື່ອນໄຫວທີ່ຫຼາຍຮູບຫຼາຍແບບ ເພື່ອແນໃສ່ແນະນໍາ ແລະ ໂຄສະນາສີສັນວັດທະນະທໍາຂອງປະເທດຕົນເຖິງເພື່ອນມິດສາກົນ. ປີນີ້, ຄະນະຜູ້ແທນຊາວໜຸ່ມຫວຽດນາມ ລວມມີ ຊາວໜຸ່ມດີເດັ່ນ 28 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ