ປະ​ກາດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ແບບ​ຍືນ​ຍົງ ໄລ​ຍະ 2021 – 2030, ວິ​ໄສ​ທັດຮອດ​ປີ 2050

(VOVWORLD) -ຕອນເຊົ້າວັນທີ 17 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຈັດຕັ້ງພິທີປະກາດຍຸດທະສາດພັດທະນາກະສິກຳ, ຊົນນະບົດແບບຍືນຍົງ ໄລຍະ 2021 – 2030, ວິໄສທັດຮອດປີ 2050.
ປະ​ກາດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ແບບ​ຍືນ​ຍົງ ໄລ​ຍະ 2021 – 2030, ວິ​ໄສ​ທັດຮອດ​ປີ 2050 - ảnh 1ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ຫວູລອງ)

ຍຸດທະສາດດັ່ງກ່າວ ໂດຍນາຍົກລັດຖະມົນຕີ ຫວຽດນາມ ອະນຸມັດຜ່ານໃນເດືອນມັງກອນ 2021. ຍຸດທະສາດຫັນການກຳນົດທິດຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໃຫ້ປະກົດຜົນເປັນຈິງ, ໃນນັ້ນ, ຂະບວນການສ້າງໂຄງປະກອບກະສິກຳ ຕ້ອງຕິດພັນກັບການສ້າງຊົນນະບົດໃໝ່ຫຼາຍກວ່າອີກ, ຊຸກຍູ້ການພັດທະນາກະສິກຳແບບຍືນຍົງ ຕິດພັນກັບກາລະໂອກາດກ່ຽວກັບວິທະຍາສາດເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ການຕະຫຼາດ.

     ຍຸດທະສາດສະບັບນີ້ ມີຈຸດໃໝ່ຫຼາຍຈຸດທີ່ມີລັກສະນະບຸກທະລຸສຳຄັນກ່ຽວກັບລະບອບລະບຽບການ ແລະ ນະໂຍບາຍ, ໂດຍສະເພາະແມ່ນຊົນນະບົດ ແລະ ຊາວກະສິກອນ. ຕາມນັ້ນແລ້ວ, ຍຸດທະສາດນີ້ໄດ້ວາງເປົ້າໝາຍລະອຽດດັ່ງນີ້: ຮອດປີ 2030, ລະດັບຄວາມໄວຂອງການເພີ່ມມູນຄ່າການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳໃຫ້ບັນລຸສະເລ່ຍແຕ່ 5% ຫາ 6% ຕໍ່ປີ… ຮອດປີ 2050, ຫວຽດນາມ ກາຍເປັນປະເທດທີ່ມີພື້ນຖານກະສິກຳແຖວໜ້າໂລກ ດ້ວຍຂະແໜງອຸດສາຫະກຳປຸງແຕ່ຜະລິດຕະພັນກະເສດທີ່ທັນສະໄໝ, ມີປະສິດທິຜົນ, ເປັນມິດກັບສິ່ງແວດລ້ອມ. ເຂດຊົນນະບົດ ຫວຽດນາມ ຈະບໍ່ມີຄອບຄົວທຸກຍາກ ແລະ ກາຍເປັນ “ບ່ອນທີ່ໜ້າຢູ່” ສີວິໄລ, ຂຽວ ແລະ ສວຍງາມ.

ຕອບກັບ

ຂ່າວ/ບົດ​ອື່ນ