ປະກາດບັນດາຟິມຮູບເງົາເອກະສານກ່ຽວກັບໄຊງ່ອນ ກ່ອນວັນປົດປ່ອຍ

ປະກາດບັນດາຟິມຮູບເງົາເອກະສານກ່ຽວກັບໄຊງ່ອນ ກ່ອນວັນປົດປ່ອຍ - ảnh 1
ພາບ​ປະ​ກອບ

(vovworld) - ກົມ​ນັກ​ສາ​ສຳ​ເນົາ​ເອ​ກະ​ສານ​ຂອງ​ລັດ ຫາກໍ່​ປະ​ກາດ 2 ຟິ​ມ​ຮູບ​ເງົາ​ເອ​ກະ​ສານ​ພິ​ເສດ​ໂດຍ​ຕ່າງ​ປະ​ເທດ​ຜະ​ລິດ, ນັ້ນ​ແມ່ນ​ຟິມຮູບ​ເງົາ​ເອ​ກະ​ສານ “ຫວຽດ​ນາມ: 30 ວັນ​ຢູ່ ໄຊ​ງ່ອນ” ແລະ “ໂຮ່​ຈີມ​ິນ​ຢູ່​ປະ​ເທດ​ຂອງ​ເລ​ນີນ”. ໃນ​ນັ້ນ, ທີ່​ຟິມ​ຮູບ​ເງົ​າ, “ຫວຽດ​ນາມ: 30 ວັນ​ຢູ່ ໄຊ​ງ່ອນ” ໂດຍ Jean – Pierre Moscardo ເປັນ​ຜູ້​ກຳ​ກັບ, ຜະ​ລິດ​ເມື່ອ​ປີ 1975. ຟິມ​ຮູບ​ເງົາ​ດັ່ງ​ກ່າວ​ແມ່ນ​ໄດ້​ວາດ​ພາບ​ຊຸມ​ວັນ​ສຸດ​ທ້າຍ​ຂອງ​ສົງ​ຄາມ ຫວຽດ​ນາມ, ​ຮູບ​ພາບໄຊ​ງ່ອນ ໃນ​ຊຸມ​ວັນ​​ທຳ​ອິດ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ລັດ​ຖະ​ບານ​ປະ​ຕິ​ວັດ​ຊົ່ວ​ຄາວພາກ​ໃຕ້ ຫວຽດ​ນາມ… ສ່ວນ ຟິມ​ຮູບ​ເງົາ​ “ໂຮ່​ຈີມ​ິນ​ຢູ່​ປະ​ເທດ​ຂອງ​ເລ​ນີນ” ແມ່ນ​ຟິມ​ຂາວ​ດຳ ໂດຍ​ບໍ​ລິ​ສັດ​​ຜະ​ລິດຟິມ​ສະ​ຖາ​ນະ​ການ​ເອ​ກະ​ສານ​ສູນ​ກາງ ລັ​ດ​ເຊຍ ຜ​ະ​ລິດ​ປີ 1976. ຟິມ​ຮູບ​ເງົາ​ດັ່ງ​ກ່າວ​ແມ່ນ​ສ່ອງ​ແສງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ປະ​ທານ ໂຮ່​ຈີ​ມິນ ໃນ​ວິ​ວັດ​ການ​ກໍ່​ຕັ້ງ​ປະ​ເທດ ສັງ​ຄົມ​ນິ​ຍົມ ແລະ ພັດ​ທະ​ນາ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ ແລະ ໂຊວຽດ. ຕາມ​ແຜນ​ການ​ແລ້ວ, 2 ຟິມ​ຮູບ​ເງົາດັ່ງ​ກ່າວ​ຈະ​ນ​ຳ​ໄປ​ສາຍ​ໃນ​ເດືອນ 4 ແລະ ເດືອນ 5 ເນື່ອງ​ໃນ​ໂອ​ກາດ​ສ​ະ​ເຫຼີມ​ສະ​ຫຼອງວັນ​ບຸນ​ໃຫຍ່​ຂອງ​ປະ​ເທດ​ຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ