ປະກາດໃຊ້ກົດແຫ່ງການປະພຶດໃນສື່ສັງຄົມອອນລາຍ

(VOVWORLD) -ວັນທີ 17 ມິຖຸນາ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ມີຂໍ້ຕົກລົງກ່ຽວກັບການປະກາດກົດແຫ່ງການປະພຶດໃນສື່ສັງຄົມອອນລາຍ.
ປະກາດໃຊ້ກົດແຫ່ງການປະພຶດໃນສື່ສັງຄົມອອນລາຍ - ảnh 1(ພາບປະກອບ: AFP)

ກົດແຫ່ງການປະພຶດ ໄດ້ປະກາດໃຊ້ແມ່ນເພື່ອແນໃສ່ຮັບປະກັນສິດເສລີສ່ວນຕົນ, ສິດເສລີໃນການດຳເນີນທຸລະກິດ, ບໍ່ຈຳແນກການປະພຶດຕໍ່ນັກສະໜອງການບໍລິການຢູ່ພາຍໃນ ແລະ ຕ່າງປະເທດ, ເໝາະສົມກັບມາດຖານ, ທຳນຽມ ແລະ ບັນດາສົນທິສັນຍາສາກົນເຊິ່ງຫວຽດນາມ ໄດ້ເຂົ້າຮ່ວມ.

        ກົດແຫ່ງການປະພຶດນັ້ນໄດ້ນຳໃຊ້ໃກ້ແກ່ເປົ້າໝາຍແມ່ນ: ອົງການແຫ່ງລັດ, ພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານຢູ່ພາຍໃນອົງການຂອງລັດທີ່ນຳໃຊ້ສື່ສັງຄົມອອນລາຍ; ອົງການຈັດຕັ້ງ, ສ່ວນບຸກຄົນອື່ນນຳໃຊ້ສື່ສັງຄົມອອນລາຍ; ນັກສະໜອງການບໍລິການສື່ສັງຄົມອອນລາຍຢູ່ຫວຽດນາມ.

        ບັນດາອົງການຈັດຕັ້ງ, ສ່ວນບຸກຄົນຕ້ອງປະຕິບັດການຄຸ້ມຄອງ, ຮັກສາບັນຊີສື່ສັງຄົມອອນລາຍ ແລະ ແຈ້ງໃຫ້ບັນດາອົງການທີ່ມີໜ້າທີ່, ນັກສະໜອງການບໍລິການຢ່າງທັນການເມື່ອບັນຊີຂອງອົງການຈັດຕັ້ງ, ສ່ວນບຸກຄົນຖືກຂາດສິດຄວບຄຸ້ມ, ບັນຊີປອມ, ນຳໃຊ້ໃນຈຸດປະສົງທີ່ບໍ່ປອດໂປ່ງ, ສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສົ່ງຜົນສະທ້ອນເຖິງສິດ, ຜົນປະໂຫຍດອັນຊອບທຳຂອງອົງການຈັດຕັ້ງ, ສ່ວນບຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ