ປະຊາຄົມກະກຽມບຸນເຕັດໃຫ້ຄົນທຸກຍາກ

(VOVWORLD) -ເນື່ອງໃນໂອກາດບຸນປີໃໝ່ປີຈໍ 2018, ວັນທີ 12 ກຸມພາ, ຢູ່ແຂວງ ນິງທ້ວນ, ສູນກາງສະພາກາແດງຫວຽດນາມ ແລະ ສະພາກາແດງແຂວງ ນິງທ້ວນ ໄດ້ຈັດຕັ້ງການມອບຂອງຂວັນ 150 ພູດໃຫ້ບັນດາຄອບຄົວທຸກຍາກ, ລວມມູນຄ່າ 90 ລ້ານດົ່ງ.

ແຂວງກວາງຈີ້ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງໃກການກະກຽມບຸນປີໃໝ່ປີຈໍ 2018 ໃຫ້ບັນດາເປົ້າໝາຍນະໂຍບາຍ, ຄົນທຸກຍາກ, ຄົນພິການໃນບໍລິເວນແຂວງ. ສະມາຄົມຄົນພິການ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ປົກປ້ອງຄົນພິການ ແລະ ປົກປ້ອງສິດທິເດັກແຂວງກວາງຈີ້ ກໍ່ໄດ້ຈັດຕັ້ງການໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາເປົ້າໝາຍ ລວມມູນຄ່າ 1,2 ກວ່າຕື້ດົ່ງ.

        ສະຫະພັນແຮງງານແຂວງຕ່ຽນຢາງ ໄດ້ຜັນຂະຫຍາຍບັນດາລາຍການຂົນຂວາຍ, ໜູນຊ່ວຍສະມາຊິກກຳມະບານຄື: ບຸນເຕັດມ່ວນຊື່ນພ້ອມກັບຜູ້ອອກແຮງງານ, ຢ້ຽມຢາມມອບຂອງຂວັນບຸນເຕັດ, ມອບປີ້ລົດໃຫ້ສະມາຊິກກຳມະບານຢູ່ຫ່າງໄກ… ລວມມູນຄ່າເກືອບ 6,8 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ