ປະຊາຄົມຊາວ ຫວຽດນາມ ນັບມື້ນັບເຊື່ອມຕົວຢ່າງເລິກເຊິ່ງເຂົ້າສັງຄົມຂອງ ສ.ເຊັກໂກ

(VOVWORLD) - 10 ປີຜ່ານມາ, ອິດທິພົນຊື່ສຽງ, ບົດບາດ ແລະ ທ່ີຕັ້ງຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ ນັບມື້ນັບເພີ່ມທະວີຂຶ້ນ, ໄດ້ຮັບການປັບປຸງ ແລະ ເຕີບໃຫຍ່.
ປະຊາຄົມຊາວ ຫວຽດນາມ ນັບມື້ນັບເຊື່ອມຕົວຢ່າງເລິກເຊິ່ງເຂົ້າສັງຄົມຂອງ ສ.ເຊັກໂກ - ảnh 1(ປະຊາຄົມຊາວ ຫວຽດນາມ ນັບມື້ນັບມີການປະກອບສ່ວນພົ້ນເດັ່ນຫຼາຍຢ່າງຕໍ່ສັງຄົມຂອງ ສ.ເຊັກໂກ)

        ວັນທີ 03 ກໍລະກົດ, ແມ່ນຄົບຮອບ 10 ປີທີ່ລັດຖະບານ ສ.ເຊັກໂກ ຮັບຮອງເອົາປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ ເປັນຊົນເຜົ່າທີ 14 ຢູ່ປະເທດນີ້ (03 ກໍລະກົດ 2013 – 03 ກໍລະກົດ 2023). ໃນໄລຍະ 10 ປີຜ່ານມາ, ປະຊາຄົມຊາວ ຫວຽດນາມ ນັບມື້ນັບມີການປະກອບສ່ວນພົ້ນເດັ່ນຫຼາຍຢ່າງຕໍ່ສັງຄົມຂອງ ສ.ເຊັກໂກ ແລະ ກໍ່ໄດ້ຮັບການຕີລາຄາສູງຈາກອຳນາດການປົກຄອງປະເທດປະຈຳຖິ່ນ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ທາຍຊວັນຢຸງ, ໃຫ້ຮູ້ວ່າ:

        “10 ປີຜ່ານມາ, ອິດທິພົນຊື່ສຽງ, ບົດບາດ ແລະ ທ່ີຕັ້ງຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ ນັບມື້ນັບເພີ່ມທະວີຂຶ້ນ, ໄດ້ຮັບການປັບປຸງ ແລະ ເຕີບໃຫຍ່. ໃນບັນດາການພົບປະ, ເຂົາເຈົ້າລ້ວນແຕ່ຕີລາຄາສູງປະຊາຄົມຊາວ ຫວຽດນາມ. ສິ່ງດັ່ງກ່າວຍິ່ງເປັນການຢັ້ງຢືນກວ່າອີກໃນການສຳຫຼວດເມື່ອເດືອນ ມີນາ 2023 ຂອງສູນຄົ້ນຄວ້າຫາງສຽງ ສ.ເຊັກໂກ ກ່ຽວກັບລະດັບນ້ຳໃຈໄມຕີຈິດຂອງປະຊາຊົນ ສ.ເຊັກໂກ ຕໍ່ບັນດາຊົນເຜົ່າສ່ວນໜ້ອຍ, ເປັນຄັ້ງທຳອິດປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ ຢືນອັນດັບທີ 2/14 ຊົນເຜົ່າສ່ວນໜ້ອຍ; ສິ່ງດັ່ງກ່າວໄດ້ເປັນສະແດງໃຫ້ເຫັນຄວາມຮັບຮູ້, ນ້ຳໃຈຂອງປະຊາຊົນປະເທດປະຈຳຖິ່ນທີີ່ມີຕໍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ”.

        ໄລ່ມາຮອດປະຈຸບັນ, ປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ ສ.ເຊັກໂກ ມີເກືອບ 96.000 ຄົນ, ແມ່ນປະຊາຄົມທີ່ມີຄວາມສາມັກຄີກັນ, ມີຄວາມຮັບຜິດຊອບ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ເຄົາລົບກົດໝາຍ ກໍຄືຍາມໃດກໍ່ອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ.

ຕອບກັບ

ຂ່າວ/ບົດ​ອື່ນ