ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອານເຊຣີ ຕ້ອນຮັບລະດູບານໃໝ່ປີຈໍຢ່າງຄຶກຄື້ນມ່ວນຊື່ນ

(VOVWORLD) - ຕອນຄ່ຳວັນທີ 07 ກຸມພາ ທີ່ນະຄອນຫລວງ Algiers ສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ໄດ້ຈັດຕັ້ງການພົບປະສັງສັນຕ້ອນຮັບລະດູບານໃໝ່ປີຈໍສະໜິດສະໜົມ ແລະ ອົບອຸ່ນທີ່ສະຫງວນໃຫ້ປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ອານເຊຣີ.
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອານເຊຣີ ຕ້ອນຮັບລະດູບານໃໝ່ປີຈໍຢ່າງຄຶກຄື້ນມ່ວນຊື່ນ - ảnh 1 ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອານເຊຣີ ຕ້ອນຮັບລະດູບານໃໝ່ປີຈໍຢ່າງຄຶກຄື້ນມ່ວນຊື່ນ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ຟ້າມກວກຈຸ ສະແດງເຄົາລົບນັບຖືອາລົມຈິດສະໜິດຕິດພັນຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ອານເຊຣີ ທີ່ມີຕໍ່ບ້ານເກີດເມືອງນອນ ປະເທດຊາດ, ນ້ຳໃຈໜູນຊ່ວຍ ແລະ ຄວາມມານະພະຍາຍາມສູ້ຊົນບືນຕົວຂຶ້ນຂອງພໍ່ແມ່ປະຊາຊົນ; ພ້ອມທັງ ສົ່ງເສີມໃຫ້ພໍ່ແມ່ປະຊາຊົນເພີ່ມທະວີຄວາມສາມັກຄີ, ທັງເຊື່ອມຕົວເຂົ້າກັບວົງຄະນາຍາດປະເທດປະຈຳຖິ່ນ ທັງພະຍາຍາມຮັກສາບັນດາຄວາມງາມຂອງວັດທະນະທຳ ຫວຽດນາມ ໄວ້ແລະ ຖ່າຍທອດໃຫ້ຄົນລຸ້ນລູກລ້ນຫລານ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ຍາມໃດກໍ່ແມ່ນຂົວເຊື່ອມຕໍ່ລະຫວ່າງພໍ່ແມ່ປະຊາຊົນຢູ່ ອານເຊຣີ ກັບ ບ້ານເກີດເມືອງນອນປະເທດຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ