ປະຊາຄົມຊາວຫວຽດນາມຜູ້ເຊື່ອຖືສາສະໜາປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ

(VOVWORLD) - ຕອນເຊົ້າວັນທີ 10 ກໍລະກົດ, ທ່ານ ເຈິ່ນແທງເມິນ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ,

ປະຊາຄົມຊາວຫວຽດນາມຜູ້ເຊື່ອຖືສາສະໜາປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ - ảnh 1ທ່ານ ເຈິ່ນແທງເມິນ ມອບຂອງຂວັນໃຫ້ພະມະຫາອາຈານ ທິດທ້ຽນເຍິນ

(ພາບ: sggp.org.vn)

ໄດ້ລົງຢ້ຽມຢາມຜູ້ມີຍົກຖາບັນດາສັກຈຳນວນໜຶ່ງຢູ່ນະຄອນ ໂຮ່ຈີມິນຄື: ສັງຄະນາຍົກ ປາວລໍ ບູ່ຍວັນດອກ, ພະມະຫາອາຈານ ທິດທ້ຽນເຍິນ, ປະທານສະພາບໍລິຫານສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ…

        ທ່ານ ເຈິ່ນແທງເມິນ ຕີລາຄາສູງໝາກຜົນຂອງຂະບວນການພໍ່ແມ່ປະຊາຊົນ ຜູ້ເຊື່ອຖືພຸດທະສາສະໜາ ແລະ ຄິດທະສາສະໜາ ທີ່ໄດ້ຮ່ວມເດີນທາງພ້ອມກັບປະເທດຊາດໃນໄລຍະຜ່ານມາ, ຄືເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ, ກໍ່ສ້າງພື້ນຖານວັດທະນະທຳ ຫວຽດນາມ ທີ່ເຂັ້ມຄົ້ນໄປດ້ວຍສີສັນຊາດ; ພັດທະນາການສຶກສາ, ສາທາລະນະສຸກ, ການປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານ ເຈິ່ນແທງເມິນ ຫວັງວ່າ, ບັນດາຜູ້ມີຍົດຖາບັນດາສັກ ສາສະໜາຕ່າງໆ ສືບຕໍ່ເພີ່ມທະວີຄວາມສາມັກຄີໃນໝູ່ປະຊາຊົນຜູ້ເຊື່ອຖືສາສະໜາ, ສະໜິດຕິດພັນໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ