ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດຈັດຕັ້ງການເຄື່ອນໄຫວຕ້ອນຮັບບຸນເຕັດ

(vovworld) - ຕອນ​ບ່າຍ​ວັນ​ທີ 8/2, ຄະນະ​ຜູ້ຕາງໜ້າ​ຫວຽດນາມ​ປະຈຳ​ສະຫະ​ປະຊາ​ຊາດ (ສປຊ) ​ໄດ້​ຈັດ​ຕັ້ງ​ບຸນ​ເຕັດ “ຊາວ​ຫວຽດນາມ ​ອາ​ໄສ​ຢູ່ຕ່າງປະ​ເທດ​ອວຍພອນ​ລະດູບານ​ໃໝ່, ອວຍພອນ​ພັກ“ ຢູ່​ຫໍສະໝຸດ​ໃຫຍ່​ທີ່​ໃຈກາງ​ນະຄອນ​ນິວຢອກ (ອາ​ເມ​ລິ​ກາ). ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ຫົວໜ້າຄະນະ​ຜູ້ຕາງໜ້າ​ຫວຽດນາມ ​ປະຈຳ​ສະຫະ​ປະຊາ​ຊາດ, ຢືນຢັນ​ວ່າ, ຫວຽດນາມ ​ໄດ້ ​ແລະ ພວມ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ຂອງ ສປຊ, ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ລວມຂອງ​ປະຊາ​ຄົມ​ສາກົນ, ​ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ຄວາມ​ວັດທະນາ​ຖາວອນ.
ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດຈັດຕັ້ງການເຄື່ອນໄຫວຕ້ອນຮັບບຸນເຕັດ - ảnh 1
ງານວາງສະ​ແດງ​ຜະລິດ​ຕະພັນສື່​ມວນ​ຊົນອວຍພອນ​ພັກ, ອວຍພອນ​ລະດູບານ​ໃໝ່​ປີ​ມະ​ແມ
(ພາບ: Quoc Khanh)

        ຕອນ​ຄຳ່​ວັນ​ທີ 8/2, ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະຖານທູດ​ຫວຽດນາມ​ສົມທົບ​ກັບ​ສູນວັດທະນະທຳ​ຫວຽດນາມ​ປະຈຳ​ລາວ, ​ໄດ້​ຈັດ​ຕັ້ງ​ງານວາງສະ​ແດງ​ຜະລິດ​ຕະພັນສື່​ມວນ​ຊົນອວຍພອນ​ພັກ, ອວຍພອນ​ລະດູບານ​ໃໝ່​ປີ​ມະ​ແມ. ດ້ວຍ​ຫົວ​ຂໍ້ “ອວຍພອນ​ລະດູບານ​ໃໝ່, ອວຍພອນ​ພັກ​ທີ່​ສະຫງ່າ​ລາສີ​ຄົບຮອບ 85 ປີ“. ງານ​ວາງສະ​ແດງ​ແນະນຳ​ສັງ​ລວມສື່​ມວນ​ຊົນ​ຫວຽດນາມ​ເຖິງ​ປະຊາ​ຄົມ​ຊາວ​ຫວຽດນາມ ​ທີ່​ພວມ​ດຳລົງ​ຊີວິດ, ຮຳ່ຮຽນ ​ແລະ ປະຕິບັດ​ງານ​ຢູ່​ລາວ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ, ​ໃຫ້​ຮູ້​ວ່າ:

ພໍ່​ແມ່​ປະຊາຊົນ​ພາກພູມ​ໃຈ​ທີ່​ສຸດ​ເມື່ອ​​ໄດ້​ຮັບ​ອາຫານ​ດ້ານ​ຈິດ​ໃຈ​, ​ໄດ້​ຮັບ​ບັນດາ​ຂໍ້​ມູນໃໝ່​ສຸດຂອງ​ລະດູບານ​ໃໝ່​ປີ​ມະ​ແມ​ປີ​ນີ້, ກໍ່​ຄື​ຂໍ້​ມູນ​ຂ່າວກ່ຽວ​ກັບ​ບ້ານ​ເກີດ​ເມືອງ​ນອນ… ​ໃນ​ໂອກາດ​ນີ້, ຕາງໜ້າ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ລາວ, ຂ້າພະ​ເຈົ້າ​ຂໍ​ຂອບ​ອົກ​ຂອບ​ໃຈ​ບັນດາ​ອົງການ​ສື່​ມວນ​ຊົນ​ພາຍ​ໃນ​ປະ​ເທດ ໄດ້​ສະຫງວນ​ຜະລິດ​ຕະພັນ​ສື່​ມວນ​ຊົນ​ໃຫ້​ສະຖານທູດ​ຫວຽດນາມ​ ປະຈຳ​ລາວ​ເພື່ອ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ນີ້“.

ຕອນ​ຄຳ່​ວັນ​ທີ 7/2, ​ພໍ່​ແມ່​ປະຊາຊົນຊາວ​ຫວຽດນາມ ​ອາ​ໄສ​ຢູ່​ໄທ ​ເກືອບ 700 ຄົນ ​ໄດ້​ເຂົ້າ​ຮ່ວມ​ງານ​ລາຕີ “ສຽງ​ເພງຈາກ​ບ້ານ​ເກີດ​ເມືອງ​ນອນ“ ຕ້ອນຮັບ​ບຸນ​ເຕັດ​ປີ​ມະ​ແມ​ຢູ່​ນະຄອນຫຼວງ​ບາງກອກ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ໄທ ຫງວຽນ​ເຕິ​ດ​ແທ່ງ ​ໄດ້​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ທີ່​ແທດ​ຈິງ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ​ ຢູ່​ໄທ​ ທີ່​ມີ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ຮຽກຮ້ອງ​ໃຫ້​ພໍ່​ແມ່​ປະຊາຊົນ​ສືບ​ຕໍ່​ຮັກສາ​ສີສັນ​ຊາດ, ສາມັກຄີ​ກັນ ​ແລະ ພ້ອມ​ກັນ​ອ່ວາຍ​ເມືອ​ຫາບ້ານ​ເກີດ​ເມືອງ​ນອນ.​

​ໂອກາດ​ນີ້, ສະຖານທູດ​ຫວຽດນາມ​ປະຈຳ​ຊະ​ວິດ, ​ເວ​ເນ​ຢູ​ເອລາ ​ແລະ ປະ​ເທດ​ຈຳນວນ​ໜຶ່ງ ກໍ່​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ປະຈຳ​ປີ, ຕ້ອນຮັບ​ບຸນ​ເຕັດ, ຕ້ອນຮັບ​ລະດູບານ​ໃໝ່​ໃຫ້​ບັນດາ​ພະນັກງານ, ພາລະ​ກອນ​ສະຖານທູດ, ນັກທຸລະກິດ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ​ທີ່​ພວມ​ປະ​ຕິ​ບັດ​ງານ ​ແລະ ດຳລົງ​ຊີວິດ​ຢູ່​ປະ​ເທດ​ປະຈຳ​ຖີ່​ນ​ເຊັ່ນ​ດຽວ​ກັນ.


ຂ່າວ/ບົດ​ອື່ນ