ປະຊາຄົມຊາວຫວຽດນາມອາໄສຢູ່ ອັງໂກລາ ຈັດຕັ້ງ ວັນບຸນວິສາຂະບູຊາ ຢ່າງສົມກຽດ

(VOVWORLD) -ວັນທີ 15 ກໍລະກົດ,ຢູ່ນະຄອນຫຼວງ Luanda ຂອງອັງໂກລາ, ສະມາຄົມພຸດທະສາສະໜາຫວຽດນາມ ປະຈໍາ ອັງໂກລາ ໄດ້ຈັດຕັ້ງ ວັນບຸນວິສາຂະບູຊາ ພສ 2562 ແລະ ພິທີພາວະນາຂໍໃຫ້ມີຄວາມສະຫງົບສຸກຂຶ້ນ ຢ່າງສົມກຽດ.

ປະຊາຄົມຊາວຫວຽດນາມອາໄສຢູ່ ອັງໂກລາ ຈັດຕັ້ງ ວັນບຸນວິສາຂະບູຊາ ຢ່າງສົມກຽດ - ảnh 1ພະອາຈານ ທິກມິງເຫວ້,  ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງເກືອງ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊາວຫວຽດນາມຢູ່ ອັງໂກລາ ພ້ອມກັນປ່ອຍນົກ

(ພາບ: TTXVN)

ທີ່ພິທີ, ພະອາຈານ ທິກມິງເຫວ້ ໄດ້ສອນກ່ຽວກັບຄໍາສອນຂອງພຸດທະສາສະໜາ, ແນວຄິດຂອງພະພຸດທະເຈົ້າຄື ຄວາມສັນຕິພາບ, ການໃຫ້ອະໄພ, ຄວາມສະເໝີພາບ ແລະຄວາມກົມກຽວກັບທໍາມະຊາດ. ພະອາຈານໄດ້ຮຽກຮ້ອງໃຫ້ ພຸດທະສາສະນິກະຊົນ ແລະ ປະຊາຄົມຊາວຫວຽດນາມອາໄສຢູ່ ອັງໂກລາ ຈົ່ງເສີມຂະຫຍາຍມູນເຊື້ອສາມັກຄີ, ການຊ່ວຍເຫຼືອເຊິ່ງກັນແລະກັນ; ເຊື່ອມຕົວເຂົ້າກັບສົງຄົມ ແລະບ້ານເມືອງປະຈໍາຖິ່ນ; ທໍາຄວາມດີ, ສັດຊື່ບໍລິສຸດ, ສ້າງພາບພົດທີ່ສວຍງາມຂອງຊາວຫວຽດນາມຕໍ່ເພື່ອນມິດ ອັງໂກລາ ແລະ ຍາມໃດກໍອວ່າຍໜ້າເມືອຫາປະເທດຊາດ. ບັນດາ ພຸດທະສາສະນິກະຊົນເຂົ້າຮ່ວມ ວັນບຸນວິສາຂະບູຊາ ກໍໄດ້ພ້ອມກັນທໍາພິທີຖະຫວາຍທູບທຽນ, ສົງນໍ້າພະ ແລະ ພາວະນາຂໍໃຫ້ປະເທດຊາດຈະເລີນ ຮຸ່ງເຮືອງ ແລະ ປະຊາຊົນມີຄວາມສະຫງົບສຸກ.

        ນີ້ແມ່ນການເຄື່ອນໄຫວຂອງສະຖານທູດຫວຽດນາມ ປະຈໍາ ອັງໂກລາ ສົມທົບກັບສະມາຄົມພຸດທະສາສະໜາຫວຽດນາມ ປະຈໍາ ອັງໂກລາ ຈັດຕັ້ງຂຶ້ນ ເພື່ອ ສະໜອງຄວາມເຫຼື້ອມໃສ, ຄວາມເຊື່ອຖືດ້ານສາສະໜາຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ອັງໂກລາ ກໍຄືສ້າງສະພາບແວດລ້ອມເພື່ອເຮັດໃຫ້ບັນດາສະມາຊິກໃນປະຊາຄົມ ມີຄວາມສະໜິດຕິດພັນກັນເປັນຢ່າງດີ. 

ຕອບກັບ

ຂ່າວ/ບົດ​ອື່ນ