ປະຊາຄົມຊາວຫວຽດນາມອາໄສຢູ່ສ.ເຊັກໂກເປັນເຈົ້າການເຊື່ອມໂຍງເພື່ອຍົກສູງທີ່ຕັ້ງບົດບາດຢູ່ປະເທດປະຈຳຖີ່ນ

ປະຊາຄົມຊາວຫວຽດນາມອາໄສຢູ່ສ.ເຊັກໂກເປັນເຈົ້າການເຊື່ອມໂຍງເພື່ອຍົກສູງທີ່ຕັ້ງບົດບາດຢູ່ປະເທດປະຈຳຖີ່ນ - ảnh 1
ທ່ານ​ນາງ​ຮອງ​ປະ​ທ​ານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ
ພົບ​ປະ​ກັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ສ.ເຊັກ​ໂກ - ຫວຽດ​ນາມ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 17/06, ທ່ານ​ນາງ​ຮອງ​ປະ​ທ​ານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ແລະ ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ Praha ກັບ​ເມືອ​ຮ່າ​ໂນ້ຍ, ສິ້​ນ​ສຸດ​ການ​ຢ້ຽມາມ ແລະ ເຮັດ​ວຽກ​ຢູ່ 3 ປະ​ເທດແມ່ນ ໂປ​ໂລຍ, ສະ​ວິດ ແລະ ສ.ເຊັກ​ໂກ, ກໍ​ຄື​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສຸດຍອດ​ແມ່​ຍິງ​ທົ່ວ​ໂລກ ແລະ ກອງ​ປະ​ຊຸມ​ຄັ້ງ​ທີ 32 ຂອງ​ສະ​ພາ​ສິດ​ທະ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ.

        ກ່ອນ​ໜ້ານັ້ນ, ໃນ​ຕອນ​ຄ່ຳ​ວັນ​ທີ 16/06, ​ທີ່​ສູນ​ການ​ຄ້າ ຊາ​ປາ, ຢູ່​ນະ​ຄອນ Praha, ທ່ານ​ນາງ​ຮອງ​ປະ​ທ​ານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ຄະ​ນະ​ການ​ນຳ​ສູນ​ກາງ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ, ບັນ​ດາ​ອົງ​ການ​ຈ​ັດ​ຕັ້ງ, ຄະ​ນະ​ຊາວ​ຫວຽດ​ນາມ ອາ​ໄສ​ຢ​ູ່​​ສ.ເຊັກ​ໂກ. ​ທີ່​ການ​ພົບ​ປະ, ທ່ານ​ນາງ​ຮອງ​ປະ​ທ​ານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນເມື່ອ​ໄດ້​ຮູ້​ວ່າ, ໃນ​​ການ​ພົບ​ປະ​ຂັ້ນ​ສູງ​ຄັ້ງ​ຕ່າງໆກ່ອນນີ້ ແລະ ການ​ຢ້ຽຢ​ມາມ​ສ.ເຊັກ​ໂກ ຄັ້ງ​ນີ້, ບັນ​ດາ​ການ​ນຳ​ຂອງ​ສ.ເຊັກ​ໂກ ​ ໄດ້​​ໃຫ້​ຂໍ້​ສັງ​ເກດ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ທີ່ນີ້​.

        “ຜ່ານການ​ພົບ​ປະ​ຂັ້ນ​ສູງ​ຄັ້ງ​ຕ່າງໆ, ຝ່າຍ​ສ.ເຊັກ​ໂກ ໄດ້​ຕີ​ລາ​ຄາ​ສູງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ທີ່ນີ້. ລຸ່ນ​ທີ 1 ແມ່ນ​ສະ​ຫຼ​າດ​ສະ​ຫຼຽວ​ທີ່​ສຸດ, ມີ​ຄວາມ​​ດຸ​ໝັ່ນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ​ໃນ​ເບື້ອ​ງ​ຕົ້ນ​ໄດ້​ປະ​ສົບ​ຜົນ​ສຳ​ເລດ​ໃນ​ພາ​ລະ​ກິດ​​ລ້ຽງ​ຊີບ ແລະ ຮ່ຳ​ຮຽນ​ຢູ່​ສ.ເຊັກ​ໂກ. ພິ​ເສດ, ຝ່າຍ​ສ.ເຊກ​ໂກ ກໍ່ຕີ​ລາ​ຄາ​ສູງ​ລຸ່ນ​ທີ 2 ເຊິ່ງ​ແມ່ນ​ນັກ​ສຶກ​ສາ, ພົນ​ລະ​ເມືອງ​ທີ່​ດີ​ເດັ່ນ, ມີ​ນັກ​​ສຶກ​ສາ​ຫຼາຍ​ຄົນ​ໄດ້​ຮັບ​ຜົນ​ງານ​​ຫຼາຍ​ຢ່າງ​ໃນ​ການ​ຮໍ່າ​ຮຽນ ແລະ ​ການດຳ​ລົງ​ຊີ​ວິດ. ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ເຂົ້າ​ລຸ່ນ​ທີ່ 2 ນີ້.”

        ທ່ານ​ນາງ​ຮອງ​ປະ​ທ​ານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ສະ​ເໜີ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ສ.ເຊັກ​ໂກ ຕ້ອງ​ເສີມ​ຂະ​ຫຍາຍ​ນຳ​້​ໃຈ​ສາ​ມັກ​ຄີ, ອຸ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ສືບ​ຕໍ່​ຍົກ​ສູງ​ທີ່​​ຕັ້ງບົດ​ບາດ​ຂອງ​ຕົນ​ຢູ່​ສ.ເຊັກ​ໂກ ແລະ ເປັນ​ຂົວ​ຕໍ່​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ສ.ເຊັກ​ໂກ.

ຂ່າວ/ບົດ​ອື່ນ