ປະ​ຊາ​ຄົມ​ພັດ​ທະ​ນາ​ສາ​ກົນ ມີ​ຄວາມ​ສົນ​ໃຈຕໍ່​ຍຸດ​ທະ​ສາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ຂອງ ຫວຽດ​ນາມ

(VOVWORLD) -ໃນລະຫວ່າງນັທີ 3 – 7 ຕຸລາ ຢູ່ເຊີແນວ (ສະວິດ), ໄດ້ດຳເນີນສັບປະດາສ້າງຂົວເຊື່ອມຕໍ່ (BBW) 2022 ໂດຍສຸມໃສ່ເຂົ້າຫົວຂໍ້ລະດົມການເງິນໃຫ້ແກ່ການອະນຸລັກຮັກສາທຳມະຊາດ ແລະ ບັນດາເປົ້າໝາຍດິນຟ້າອາກາດ.

ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຄຽງຂ້າງ ສປຊ, ອົງການການຄ້າ ໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆຢູ່ ເຊີແນວ ໄດ້ເຂົ້າຮ່ວມໃນຖານະເປັນນັກປະຖະກະຖາ ສະເໜີຢູ່ສອງກອງປະຊຸມໃນ BBW 2022. ຢູ່ສອງເຫດການນີ້, ທ່ານນາງ ເອກອັກຄະລັດຖະທູດ ເລທິຕວຽດມາຍ ໄດ້ແນະນຳແຜນນະໂຍບາຍ, ນະໂຍບາຍຂອງ ຫວຽດນາມ ໃນການຮັບມື ກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນໄພທຳມະຊາດ, ຟື້ນຟູ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດຢູ່ເຂດທະເລຂອງ ຫວຽດນາມ.

ໃນແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2025 ຂອງ ຫວຽດນາມ ໃຫ້ບຸລິມະສິດການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ, ການຫັນເປັນເສດຖະກິດໝູນວຽນ ແລະ ຊັບພະຍາກອນຂຽວເພື່ອເປົ້າໝາຍພັດທະນາແບບຍືນຍົງ. ຫວຽດນາມ ໄດ້ ແລະ ພວມປະຕິບັດໂຄງການແຫ່ງຊາດກ່ຽວກັບການພັດທະນາແບບຍືນຍົງໂດຍລັດຖະບານຮັບຮອງເອົາໃນປີ 2017 ແລະ ຍຸດທະສາດພັດທະນາເສດຖະກິດທະເລແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045 ທີ່ໄດ້ປະກາດໃຊ້ໃນປີ 2018.

ເລື່ອງຄະນະຈັດຕັ້ງບັນດາເຫດການເຊື້ອເຊີນຜູ້ຕາງໜ້າ ຫວຽດນາມ ເຂົ້າຮ່ວມປຶກສາຫາລື ກໍ່ຄືເລື່ອງ ຫວຽດນາມ ຜັນຂະຫຍາຍການຮ່ວມມືສາກົນ ໃນຂົງເຂດນີ້ເປັນການສະແດງໃຫ້ຫວຽດນາມ ໄດ້ຮັບຄວາມເອົາໃຈໃສ່ຈາກປະຊາຄົມພັດທະນາສາກົນ ກ່ຽວກັບຍຸດທະສາດ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໂຄງການດຳເນີນງານກ່ຽວກັບສິ່ງແວດລ້ອມ ແລະ ດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ