ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຝ​ຣັ່ງ ໂກໂຟນີ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ໂອ​ກາດ​ຮ່ວມ​ມື​ຢູ່​ຕະຫຼາດ ຫວຽດ​ນາມ

(VOVWORLD) -  ເວທີປາໄສວິສາຫະກິດ ຝຣັ່ງ ໂກໂຟນີ ໄດ້ດຳເນີນໃນຕອນບ່າຍວັນທີ 23 ມີນາ, ຢູ່ນະຄອນ ໂຮ່ຈີມິນ. ນີ້ແມ່ນການເຄື່ອນໄຫວນອນໃນບັນດາເຫດການຂອງຄະນະຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ ຝຣັ່ງ ໂກໂຟນີ (MECA) ຢູ່ ຫວຽດນາມ ໃນຄັ້ງນີ້.



ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຝ​ຣັ່ງ ໂກໂຟນີ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ໂອ​ກາດ​ຮ່ວມ​ມື​ຢູ່​ຕະຫຼາດ ຫວຽດ​ນາມ - ảnh 1ເວທີປາໄສວິສາຫະກິດ ຝຣັ່ງ ໂກໂຟນີ ໄດ້ດຳເນີນໃນຕອນບ່າຍວັນທີ 23 ມີນາ, ຢູ່ນະຄອນ ໂຮ່ຈີມິນ (ພາບ: TTXVN)

ທີ່ເວທີປາໄສ, ທ່ານ ຮວ່າງກວາງຟ່ອງ, ຮອງປະທານຜູ້ປະຈຳການສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ເນັ້ນໜັກວ່າ ນັບແຕ່ໄດ້ເປັນສະມາຊິກຢ່າງເປັນທາງການຂອງອົງການສາກົນ ຝລັ່ງ ໂກໂຟນີ (OIF), ຫວຽດນາມ ຍາມໃດກໍພ້ອມແລ້ວທີ່ຈະເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງປະຊາຄົມ ຝລັ່ງ ໂກໂຟນີ ກັບ ອາຊຽນ. ປັດຈຸບັນ, ຫວຽດນາມ ພວມນອນໃນກຸ່ມສະມາຊິກຫຼັກແຫຼ່ງ, ມີອິດທິພົນຕໍ່ການວາງແຜນກຳນົດ ແລະ ຜັນຂະຫຍາຍຍຸດທະສາດຮ່ວມມືຂອງປະຊາຄົມ ໂກໂຟນີ ໃນທຸກຂົງເຂດ. ຫວຽດນາມ ມີບົດບາດສຳຄັນ ແລະ ສ້າງເງື່ອນໄຂເໝາະສົມຊ່ວຍຊຸກຍູ້ການເພີ່ມທະວີການຮ່ວມສຳພັນພາຍໃນກຸ່ມ ກໍຄື ສ້າງລະບົບສະໜອງການຜະລິດ - ການຈຳໜ່າຍແບບຄົບວົງຈອນ, ແຕ່ ອາຟະຣິກາ ໄປຮອດ ເອີຣົບ, ອາເມລິກາເໜືອ.

     ກ່ຽວກັບຝ່າຍ OIF, ທ່ານນາງ ເລຂາທິການໃຫຍ່ Louise Mushikiwabon ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດທີ່ຂະຫຍັນຂັນເຄື່ອນ ແລະ ພ້ອມແລ້ວທີ່ຈະອອກສູ່ໂລກເພື່ອຍາດແຍ່ງເອົາໂອກາດລົງທຶນ, ດຳເນີນທຸລະກິດ, ໃນນັ້ນມີບັນດາປະເທດສະມາຊິກ OIF. ໜຶ່ງໃນບັນດາການກຳນົດທິດຂອງ OIF ໃນໄລຍະ 2021 – 2025 ແມ່ນ ຊຸກຍູ້ການຄ້າ, ການລົງທຶນລະຫວ່າງບັນດາປະເທດສະມາຊິກ ແລະ ກັບຫຼາຍປະເທດໃນໂລກ. ຕາມນັ້ນແລ້ວ, ຫວຽດນາມ ແມ່ນປະເທດທີ່ສ້າງໂອກາດຫຼາຍຢ່າງໃຫ້ແກ່ວິສາຫະກິດ ແລະ ນັກລົງທຶນຕ່າງປະເທດເຂົ້າມາດຳເນີນທຸລະກິດ ເຊິ່ງ ວິສາຫະກິດ OIF ຕີລາຄາສູງ. ລະອຽດແມ່ນ, MECA ຢູ່ ຫວຽດນາມ ໃນຄັ້ງນີ້ ໄດ້ສຸມໃສ່ 3 ຂົງເຂດຄື ກະສິກຳ ແລະ ອຸດສາຫະກຳປຸງແຕ່ງ, ພະລັງງານຜະລິດຄືນໃໝ່, ເຕັກໂນໂລຢີດີຈີຕອນ.

     ທ່ານນາງ Louise Mushikiwabon ຊີ້ແຈ້ງວ່າ ການມີໜ້າໃນເວທີປາໄສເສດຖະກິດ ຝຣັ່ງ ໂກໂຟນີ ຂອງຜູ້ຕາງໜ້າມາຈາກ 25 ປະເທດສະມາຊິກຂອງ OIF ໄດ້ຊີ້ໃຫ້ເຫັນວ່າ ປະຊາຄົມວິສາຫະກິດມີຄວາມຫວັງກ່ຽວກັບໂອກາດຮ່ວມມືຢູ່ຕະຫຼາດ ຫວຽດນາມ ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ