ປະ​ຊາ​ຄົມ​ສາ​ກົນ ຮ່ວມ​ແຮງ​ຮ່ວມ​ໃຈ​ ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຢູ່ ຕວັກ​ກີ ແລະ ຊີ​ຣີ

(VOVWORLD) - ໃນວັນທີ 8 ກຸມພາ, ກະຊວງສາທາລະນະສຸກ ອິດສະຣາແອັນ ຖະແຫຼງວ່າການຈະສົມທົບກັບກອງທັບ ຕັ້ງໂຮງໝໍກາງສະໜາມຢູ່ ຕວັກກີ ເພື່ອໃຫ້ການຊ່ວຍເຫຼືອດ້ານສາທາລະນະສຸກໃຫ້ແກ່ຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວ.

ວັນທີ 8 ກຸມພາ, ກ່າວຄຳເຫັນກັບບັນດານັກຂ່າວໃນການຢ້ຽມຢາມແຂວງ Kahramanmaras ທີ່ຢູ່ໃກ້ກັບຈຸດໃຈກາງແຜ່ນດິນໄຫວ ຄັ້ງທຳອິດ, ທ່ານເລຂາທິການໃຫຍ່ ຕວັກກີ Tayyip Erdogan ໃຫ້ຮູ້ວ່າ ການບັ້ນກູ້ໄພກູ້ຊີບ ໄດ້ກັບຄືນມາເຄື່ອນໄຫວເປັນປົກກະຕິ. ວົງການເຈົ້າໜ້າທີ່ຂອງ ຕວັກກີ ຄາດຄະເນວ່າ ມີປະຊາຊົນໄດ້ຮັບຜົນສະທ້ອນຈາກເຫດແຜ່ນດິນໄຫວ ປະມານ 13,5 ລ້ານຄົນ ແລະ ມີເຮືອນຫຼາຍກວ່າ 6.400 ຫຼັງ ຢູ່ຕວັກກີ ຖືກພັງພິນາດ. ທ່ານປະທານາທິບໍດີ Erdogan ໃຫ້ຮູ້ວ່າ ລັດຖະບານ ຄາດວ່າ ໃນຮອບເວລາ 1 ປີ ຈະສ້າງເຮືອນຢູ່ໃຫ້ປະຊາຊົນທີ່ເສຍເຮືອນຊານຢູ່ 10 ແຂວງ.

ປະ​ຊາ​ຄົມ​ສາ​ກົນ ຮ່ວມ​ແຮງ​ຮ່ວມ​ໃຈ​ ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຢູ່ ຕວັກ​ກີ ແລະ ຊີ​ຣີ - ảnh 1ວົງການເຈົ້າໜ້າທີ່ຂອງ ຕວັກກີ ຄາດຄະເນວ່າ ມີປະຊາຊົນໄດ້ຮັບຜົນສະທ້ອນຈາກເຫດແຜ່ນດິນໄຫວ ປະມານ 13,5 ລ້ານຄົນ (ພາບ:  Reuters)

        ກໍໃນວັນດຽວກັນ, ທ່ານ Janez Lenarcic ກຳມະການເອີຣົບ ຮັບຜິດຊອບການຄຸ້ມຄອງວິກິດການ ແຈ້ງໃຫ້ຊາບວ່າ ສະຫະພາບເອີຣົບ (ອີຢູ) ໄດ້ຮັບຂໍ້ສະເໜີຂໍການຊ່ວຍເຫຼືອຈາກລັດຖະບານ ຊີຣີ. ຕາມນັ້ນແລ້ວ, ບັນດາປະເທດສະມາຊິກໄດ້ສົ່ງເສີມໃຫ້ເຂົ້າຮ່ວມການຊ່ວຍເຫຼືອ ຊີຣີ ຕາມຂໍ້ສະເໜີ. ກ່ອນໜ້ານັ້ນ, ອີຢູ ກໍເລີ່ມປະຕິບັດກົນໄກປົກປ້ອງພົນລະເຮືອນ ສຳລັບ ຕວັກກີ. ປັດຈຸບັນ ມີ 19 ປະເທດສະມາຊິກ ພ້ອມກັບ 2 ປະເທດ Albania ແລະ Montenegro ໄດ້ຈັດສົ່ງກຳລັງເພື່ອສົມທົບກັບ ສູນປະສານງານຮັບມືໂດຍດ່ວນຂອງ ອີຢູ ແລະ ບັນດາອົງການເຈົ້າໜ້າທີ່ຂອງ ຕວັກກີ.

        ໃນວັນທີ 8 ກຸມພາ, ກະຊວງສາທາລະນະສຸກ ອິດສະຣາແອັນ ຖະແຫຼງວ່າການຈະສົມທົບກັບກອງທັບ ຕັ້ງໂຮງໝໍກາງສະໜາມຢູ່ ຕວັກກີ ເພື່ອໃຫ້ການຊ່ວຍເຫຼືອດ້ານສາທາລະນະສຸກໃຫ້ແກ່ຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວ.

        ຕາມຂໍ້ມູນສະຖິຕິໄລ່ຮອດຕອນເຊົ້າວັນທີ 09 ກຸມພາ (ຕາມເວລາ ຫວຽດນາມ), ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 6 ກຸມພາ ຢູ່ ພາກໃຕ້ ຕວັກກີ ແລະ ພາກເໜືອ ຊີຣີ ໄດ້ເພີ່ມຂຶ້ນເຖິງ ກວ່າ 16.300 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ