ປະຊາຄົມສາກົນກ່າວປະນາມເຫດບຸກໂຈມຕີໂບດອິດສະລາມອີຢີບ

(VOVWORLD) -ວັນທີ 24 ພະຈິກ, ພວກກະບົດຖືກສົງໃສວ່າໄດ້ບຸກໂຈມຕີຜູ້ທີ່ເຂົ້າຮ່ວມພິທີສວດມົນໃນໂບດອິດສະລາມ Al Rawdah ຢູ່ Bir al Abed ຂຶ້ນກັບທາງທິດເຫນືອ ແຂວງ Sinai ເຮັດໃຫ້ 235 ຄົນຖືກເສຍຊີວິດ.

ປະຊາຄົມສາກົນກ່າວປະນາມເຫດບຸກໂຈມຕີໂບດອິດສະລາມອີຢີບ - ảnh 1 ຜູ້ເສຍຊີວິດ ແລະ ຮັບບາດເຈັບໃນເຫດບຸກໂຈມຕີ

ພາບ:Vietnam+

ໃນວັນດຽວກັນ, ປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວປະນາມເຫດບຸກໂຈມຕີດັ່ງກ່າວ ແລະ ຊີ້ແຈ້ງວ່າ ໂລກຕ້ອງດັບສູນພວກກໍ່ການຮ້າຍກໍ່ຄືກ່າວປະນາມແນວຄິດຫົວຮຸນແຮງໄດ້ສ້າງພື້ນຖານໃຫ້ການຄົງຕົວຂອງພວກກໍ່ການຮ້າຍ.

ແລະກໍ່ໃນວັນດຽວກັນ, ວັງ Kremlin ໃນຖະແຫລງການຫນຶ່ງໄດ້ຊີ້ແຈ້ງວ່າ ເລື່ອງເຂັ່ນຂ້າສາມັນຊົນໃນພິທີສວດມົນໄດ້ສະແດງໃຫ້ເຫັນລັກສະນະໂຫດຮ້າຍ ສາມານຂອງເຫດບຸກໂຈມຕີ. ລັດເຊຍ ພ້ອມແລ້ວທີ່ຈະຍູ້ແຮງການຮ່ວມມືກັບ ອີຢີບ ໃນການຕໍ່ສູ້ຕ້ານລັດທິກໍ່ການຮ້າຍສາກົນ. ໃນຂະນະນັ້ນ ຫົວຫນ້າຄະນະຜູ້ຕາງຫນ້າ ອີຢູ ປະຈຳ ອີຢີບ Ivan Surkos ໄດ້ກ່າວປະນາມຢ່າງແຮງຕໍ່ການກະທຳກໍ່ການຮ້າຍ ແນໃສ່ສາມັນຊົນ.

ສ່ວນຝ່າຍອີຢີບ, ລັດຖະບານ ປະເທດນີ້ຖະແຫລງວ່າ ຈະທຳພິທີໄວ້ທຸກລະດັບຊາດໃນເວລາ 3 ວັນ ພາຍຫລັງເຫດບຸກໂຈມຕີທີ່ນອງເລືອດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ