ປະຊາຄົມອາຊຽນຕ້ອງກາຍເປັນອົງການໃຫຍ່ໃນທົ່ວໂລກ

ປະຊາຄົມອາຊຽນຕ້ອງກາຍເປັນອົງການໃຫຍ່ໃນທົ່ວໂລກ - ảnh 1
ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najib Razak
(ພາບ: AFP)


​​(vovworld) - ວັນ​ທີ 08/08, ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najib Razak ​ໄດ້​ຮຽກຮ້ອງບັນດາ​ປະ​ເທດ​ສະມາຊິກອາ​ຊຽນ ພ້ອມ​ກັບ​ປັບປຸງ​ປະຊາ​ຄົມ​ອາຊຽນ ຢ່າງ​​ແໜ້ນ​​ແຟ້ນ, ​ເຮັດ​​ໃຫ້​ປະຊາ​ຄົມ​ນີ້​ສາມາດ​ເຄື່ອນ​ໄຫວ​ຄື​ອົງການ​ໃຫຍ່​ໃນ​ຂອບ​ເຂດ​ທົ່ວ​ໂລກ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 48 ປີ​ແຫ່ງ​ວັນ​ສ້າງ​ຕັ້ງອາ​ຊຽນ ຢູ່ ກົວ​ລາ​ລຳ​ເປີ, ທ່ານ Najib Razak ​ໃຫ​​້ຮູ້​ວ່າ, ປະຊາ​ຄົມ​​ເຂັ້ມ​ແຂງ​ສາມາດມີ​ຂໍ້​ຕົກລົງ​ໃໝ່​ກັບ​ບັນດາ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ອື່ນໆ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ພາກ​ພື້ນ. ທ່ານ​ Najib Razak ເນັ້ນ​ໜັກ​ວ່າ, ນັບ​ແຕ່​ສ້າງ​ຕັ້ງ​ອາ​ຊຽນ ​​ເມື່ອ​ປີ 1967, ບັນດາ​ປະ​ເທດ​ອາ​ຊຽນ​ ​ໄດ້​ຕັ້ງ​ໜ້າ​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ​, ການ​ພັດທະນາ, ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ. ອາ​ຊຽນ ​ໄດ້ ​ແລະ ພວມ​ປະກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ກ້າວໜ້າ​ລະອຽດ ​ແລະ ສຳຄັນ, ບໍ່​ພຽງ​ແຕ່​ສຳລັບ​ພາກ​ພື້ນ​ເວົ້າ​ລວມ​ ​ເທົ່າ​ນັ້ນ, ຫາກ​ສຳລັບ​ບັນດາ​ປະ​ເທດ​ສະມາຊິກ ​ແລະ ປະຊາຊົນ​ເວົ້າ​ສະ​ເພາະ​ອີກ​​ດ້ວຍ. ທ່ານ​ກໍ​ຊີ້​ແຈ້ງວ່າ, ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ອາ​ຊຽນ, ກ່ຽວ​ກັບ​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ກຸ່ມ ​ທີ່​ບັນລຸ​ໄດ້​ໃນ​ອະດີດຕະການ ​ແລະ ​​​ໃນອະ​ນາ​ຄົດ.

ຂ່າວ/ບົດ​ອື່ນ