ປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງຢ່າງເປັນທາງການ

ປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງຢ່າງເປັນທາງການ - ảnh 1
ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງກ່າວ​ຄຳ​ເຫັນ​ທີ່​ພິ​ທີ
ພາບ:tuoitre.vn

(vovworld)-  ​ວັນ​ທີ 31/12/2015, ມ​າ​ເລ​ເຊຍ ປະ​ເທດ​​ປະ​ທານ ໝູນ​ວຽນຂອງ​ອາ​ຊຽນ ໃນ​ປີ 2015 ໄດ້​ຖະ​ແຫລງວ່າ: ປະ​ຊາ​ຄົມ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ, ເປັ​ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ ອາ​ຊຽນ. ທ່ານ Anifah Aman, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ມ​າ​ເລ​ເຊຍ ຊົມ​ເຊີຍ​ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ແລະ ເນັ້ນ​ຫນັກ​ວ່າ ສິ່ງນີ້​ຈະ​ຫນູນ​ຊ່ວຍ​ເພີ່ມ​ທະ​ວີ​ການ​ສ້າງ​ປະ​ຊາ​ຄົມ ແລະ ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນກວ່າ​ອີກ ກໍ​ຄື​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຕາມ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ ຫລັງ​ປີ 2025 ແລະ ຖະ​ແຫລງ​ການ ກົວ​ລາ​ລຳ​ເປີ ກ່ຽວ​ກັບ ອາ​ຊຽນ 2025.

        ເພື່ອ​ສະ​ເຫລີມ​ສະ​ຫລອງ​ເຫດ​ການນີ້, ຕອນ​ເຊົ້າ​ວັນ​ທີ 31/12 ຢູ່ ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ຊັກ​ທຸງ ອາ​ຊຽນ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ໂດຍ​ມີ​ການ​ເຂົ້າ​ຮ່ວ​ມ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ຣົກ ພ້ອມ​ດ້ວຍ​ອັກ​ຄະ​ລັດ​ຖະ​ທູດ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ, ຜູ້​ສັງ​ເກດ​ການ ແລະ ບັນ​ດາ​ປະ​ເທດ​ຄູ່​ເຈ​ລະ​ຈາ ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຢືນ​ຢັນວ່າ: ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ແມ່ນ​ໝາກ​ຜົນ​ແຫ່ງ​ການ​ສູ້​ຊົນ​ບືນ​ຂຶ້ນ​ຂອງທຸກ​ ປະ​ເທດ ອາ​ຊຽນ ໃນ​ໄລ​ຍະ​ເກືອບ​ທົດ​ສະ​ວັດ​, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ໃຫ້​ທັງ​ໝົດ​ປະ​ເທດ ນັ້ນ​ແມ່ນ​ປັດ​ໄຈ​ຕັດ​ສິນ ນຳ​ອາ​ຊຽນ ປະ​ສົບ​ຜົນ​ສຳ​ເລັດ​ຄື​ປະ​ຈຸ​ບັນ. ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ເນັ້ນ​ຫນັກ​ວ່າ:

        “ປະ​ຊາ​ຄົມ ອາ​ຊຽນ ແມ່ນ​ປະ​ຊາ​ຄົມ​ທຳ​ອິດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢູ່ ອາ​ຊີ​. ນີ້​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ອາ​ຊຽນ ທັງ​ໝົດ. ນັບ​ແຕ່​ວັນ​ທີ 31/12 ເປັນ​ຕົ້ນ​ໄປ, ພາຍ​ໃຕ້​ຊາຍ​ຄາ ອາ​ຊຽນ, ປະ​ຊາ​ຊົນ​ ອາ​ຊຽນ ກວ່າ 600 ລ້ານ​ຄົນ ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ປະ​ຊາ​ຄົມ​ສະ​ຫນິດ​ຕິດ​ພັນ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ຮ່ວມ​ສຳ​ພັນ​ກ່ຽວ​ກັບ​ເສດ​ຖະ​ກິດ ແລະ ພ້ອມ​ກັນ​ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ສັງ​ຄົມ. ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ຄະ​ນະ​ເລ​ຂາ ອາ​ຊຽນ ມີ​ຄວາມ​ຮັບ​ຜິດ​ຊອບ​ອັນ​ໃຫຍ່​ຫລວງ​ໃນ​ການ​ຊຸກ​ຍູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ເພື່ອ​ບັນ​ລຸ​ໝາກ​ຜົນ​ສູງກວ່າ, ຕອບ​ສະ​ຫນອງ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ ກໍ​ຄື​ບັນ​ດາ​ຄູ່​ຮ່ວມ​ມື, ເພື່ອນ​ມິດ​ສາ​ກົນ.”

ທີ່​ພິ​ທີ​ຊັກ​ທຸງ ອາ​ຊຽນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ໄດ້​ຢືນ​ຢັນ: ອາ​ຊຽນ ໄດ້ ແລະ ຍາ​ມ​ໃດ​ກໍ​ແມ່ນ​ເສົາ​ຄ່້ຳ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ.

         “ຫວຽດ​ນາມ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ເພາະ​ໄດ້​ເຂົ້າ​ຮ່ວມ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ວິ​ວັດ​ການ​ຮ່ວມ​ມື ແລະ ສ້າງ​ປະ​ຊາ​ຄົມ ອາຊຽນ ນັບ​ແຕ່​ປີ 1995 ມາ​ຮອດ​ປະ​ຈຸ​ບັນ, 20 ປີ​ພ້ອມ​ກັບ ອາ​ຊຽນ ກໍ​ແມ່ນ 20 ປີ ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຍູ້​ແຮງວິ​ວັດ​ການ​ປ່ຽນ​ໃຫມ່​ຂອງ​ປະ​ເທດ​ຊາດ ແລະ ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ກັບ​ພາກ​ພື້ນ ແລະ ສາ​ກົນ. ວິ​ວັດ​ການ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ອາ​ຊຽນ ລ້ວນ​ແຕ່​ມີ​ການ​ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ​ນັບ​ມື້​ນັບ​ກວ້າງ​ຂວາງ ແລະ ​ມີປະ​ສິດ​ທິ​ຜົນຂອງ​ທຸກ​ຂັ້ນ, ຂະ​ແຫນງ​ການ, ບັນ​ດາ​ທ້ອງ​ຖິ່ນ, ອົງ​ການ​ຈ​ັດ​ຕັ້ງ​ມະ​ຫາ​ຊົນ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ. ຫວຽດ​ນາມ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຈະ​ສືບ​ຕໍ່​​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ, ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ, ເປັນ​ເຈົ້າ​ການ ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮ່ວມ​ມື ອາ​ຊຽນ, ປະ​ກອບ​ສ່ວນ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ສຳ​ເລັດ​ຜົນ.”

 

ຕອບກັບ

ຂ່າວ/ບົດ​ອື່ນ