ປະຊາຊົນ ຕັ້ງຄວາມຫວັງຕໍ່ກອງປະຊຸມໃຫຍ່ ຊຸດທີ 13 ຈະບັນລຸໄດ້ບົດລາຍງານການເມືອງທີ່ເໝາະສົມ

(VOVWORLD) -ປະຊາຊົນໃນທົ່ວປະເທດຕ່າງກໍຕັ້ງຄວາມຫວັງວ່າ ກອງປະຊຸມຄັ້ງນີ້ ຈະປະກອບຄໍາເຫັນໃສ່ບັນດາຮ່າງເອກະສານ ເພື່ອໃຫ້ກອງປະຊຸມໃຫຍ່ຊຸດທີ 13 ຂອງພັກກອມມູນິດຫວຽດນາມ ບັນລຸໄດ້ບົດລາຍງານການເມືອງທີ່ເໝາະສົມ.
ປະຊາຊົນ ຕັ້ງຄວາມຫວັງຕໍ່ກອງປະຊຸມໃຫຍ່ ຊຸດທີ 13 ຈະບັນລຸໄດ້ບົດລາຍງານການເມືອງທີ່ເໝາະສົມ - ảnh 1ບັນດາຜູ້ແທນທີ່ກອງປະຊຸມໄຂ (ພາບ: TTXVN) 

ຄືດັ່ງການຢັ້ງຢືນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢູ່ວາລະໄຂກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກຊຸດທີ 12, ປະຊາຊົນໃນທົ່ວປະເທດຕ່າງກໍຕັ້ງຄວາມຫວັງວ່າ ກອງປະຊຸມຄັ້ງນີ້ ຈະປະກອບຄໍາເຫັນໃສ່ບັນດາຮ່າງເອກະສານ ເພື່ອໃຫ້ກອງປະຊຸມໃຫຍ່ຊຸດທີ 13 ຂອງພັກກອມມູນິດຫວຽດນາມ ບັນລຸໄດ້ບົດລາຍງານການເມືອງທີ່ເໝາະສົມ, ວາງອອກບັນດາແຜນນະໂຍບາຍ, ນະໂຍບາຍຊີ້ຂາດອັນຖືກຕ້ອງ ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານເລຫວູງວຽນ ອາໄສຢູ່ເມືອງ ຫາຍເຈົາ, ນະຄອນດ່າໜັງ, ແບ່ງປັນວ່າ:

        “ໂດຍເປັນສະມາຊິກພັກ, ຂ້າພະເຈົ້າປາດຖະໜາວ່າ ພັກຕ້ອງສຸມໃສ່ວຽກງານການຈັດຕັ້ງພະນັກງານ, ພິເສດແມ່ນການຄັດເລືອກເອົາບັນດາສະຫາຍກໍາມະການສູນການພັກ ທີ່ມີີຄວາມເກັ່ງກ້າສາມາດ, ມີຄຸນສົມບັດສິນທໍາປະຕິວັດຢ່າງພຽງພໍ, ມີຄວາມສາມາດໃນການບໍລິຫານ, ນໍາພາບັນດາການເຄື່ອນໄຫວຂອງພັກ ກໍຄືຂອງປະເທດຊາດ, ຕອບສະໜອງໄດ້ບັນດາຂໍ້ກໍານົດ ເຊິ່ງສູນກາງ ໄດ້ປະກາດໃຊ້”.

        

ຕອບກັບ

ຂ່າວ/ບົດ​ອື່ນ