ປະ​ຊາ​ຊົນ ສິງ​ກະ​ໂປ ເລີ່ມ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​

(VOVWORLD) -     ປະຊາຊົນ ສິງກະໂປ ຈະໄປປ່ອນບັດຮອດເວລາ 20 ໂມງ ຂອງວັນດຽວກັນ (ຕາມເວລາທ້ອງຖິ່ນ), ຢູ່ກວ່າ 1.260 ຈຸດປ່ອນບັດໃນທົ່ວປະເທດ, ພາຍໃຕ້ການຕິດຕາມກວດກາຂອງພະນັກງານປ່ອນບັດປະມານ 36.000 ຄົນ.
ປະ​ຊາ​ຊົນ ສິງ​ກະ​ໂປ ເລີ່ມ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ - ảnh 1ຜູ້ອອກສະໝັກເລືອກຕັ້ງ 3 ຄົນ (ພາບ: Nikkei Asia)

ວັນທີ 1 ກັນຍາ, ຜູ້ມີສິດເລືອກຕັ້ງ ສິງກະໂປ ກວ່າ 2,7 ລ້ານຄົນ ໄດ້ໄປປ່ອນບັດເລືອກຕັ້ງປະທານາທິບໍດີ ຄົນທີ 9 ຂອງປະເທດນີ້. ການເລືອກຕັ້ງປີນີ້ ມີຜູ້ອອກສະໝັກເລືອກຕັ້ງ 3 ຄົນ ໄດ້ຫາສຽງເລືອກຕັ້ງຢ່າງເປັນທາງການ, ລວມມີ: ທ່ານ ອະດີດລັດຖະມົນຕີຂັ້ນສູງ Tharman Shanmugaratnam, ອາຍຸ 66 ປີ; ທ່ານອະດີດຜູ້ອຳນວຍການຝ່າຍລົງທຶນຂອງກອງເງິນລົງທຶນລັດຖະບານ ສິງກະໂປ (GIC) Ng Kok Song, ອາຍຸ 75 ປີ; ແລະ ທ່ານອະດີດຜູ້ອຳນວຍການບໍລິສັດປະກັນໄພ NTUC Income Tan Kin Lian,  ອາຍຸ 75 ປີ.

        ປະຊາຊົນ ສິງກະໂປ ຈະໄປປ່ອນບັດຮອດເວລາ 20 ໂມງ ຂອງວັນດຽວກັນ (ຕາມເວລາທ້ອງຖິ່ນ), ຢູ່ກວ່າ 1.260 ຈຸດປ່ອນບັດໃນທົ່ວປະເທດ, ພາຍໃຕ້ການຕິດຕາມກວດກາຂອງພະນັກງານປ່ອນບັດປະມານ 36.000 ຄົນ.

        ການນັບບັດຈະໄດ້ດຳເນີນພາຍຫຼັງການປ່ອນບັດສິ້ນສຸດລົງຢ່າງທັນທີ.


ຕອບກັບ

ຂ່າວ/ບົດ​ອື່ນ