ປະຊາຊົນ ສປປ.ເກົາຫຼີ ຕັ້ງຄວາມຫວັງສູງຕໍ່ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2

(VOVWORLD) -  ບັນດາພາຫະນະສື່ມວນຊົນແຫ່ງລັດຂອງ ສປປ.ເກົາຫຼີ ລ້ວນແຕ່ໃຫ້ຂ່າວກ່ຽວກັບເລື່ອງ ປະຊາຊົນປະເທດນີ້ ຕັ້ງຄວາມຫວັງສູງຕໍ່ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ທີ່ດຳເນີນຢູ່ ຮ່າໂນ້ຍ.

ປະຊາຊົນ ສປປ.ເກົາຫຼີ ຕັ້ງຄວາມຫວັງສູງຕໍ່ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2 - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un 

ໜັງສືພິມ Rodong Sinmun, ສຽງຂອງພັກແຮງງານ ສປປ.ເກົາຫຼີ, ໃນຊຸມມື້ຜ່ານມາ ໄດ້ຄັດສະເໜີບັນດາບົດຂຽນຢ່າງຕໍ່ເນື່ອງ ເວົ້າເຖິງຄວາມຄາດຫວັງຂອງປະຊາຊົນໃນທົ່ວປະເທດ ສປປ.ເກົາຫຼີ, ມຸ່ງໄປສູ່ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຢູ່ ຮ່າໂນ້ຍ, ດ້ວຍຄວາມຫວັງວ່າ ເຫດການດັ່ງກ່າວມີລັກສະນະບາດລ້ຽວນີ້ ຈະດຳເນີນໄປຢ່າງດີງາມ.

        ສ່ວນສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA), ວັນທີ 28 ກຸມພາ ໃຫ້ຂ່າວວ່າ: ການນຳ ສປປ.ເກົາຫຼີ Kim Jong-un ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການປຶກສາຫາລືຢ່າງເລິກເຊິ່ງກ້ວາງຂວາງໃນວັນທີ 27 ກຸມພາ ຢູ່ ຮ່າໂນ້ຍ ແນໃສ່ບັນລຸໄດ້ “ບັນດາໝາກຜົນໃຫຍ່ຫລວງ” ທີ່ກອງປະຊຸມຄັ້ງນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ