ປະຊາຊົນຊາວ ຫວຽດນາມ ຢູ່ ກຳປູເຈຍ ຕ້ອນຮັບບຸນປີໃໝ່ ປີແມວ ດ້ວຍຄວາມເບີກບານມ່ວນຊື່ນ

(VOVWORLD) - ທ່ານ ຫງວຽນຮຸຍຕັງ, ເອກອັກຄະລັດຖະທູດ ຫວຽດນາມ  ປະຈຳ ກຳປູເຈຍ ເນັ້ນໜັກວ່າ, ປີ 2022 - ປີສາມັກຄີ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ...
ປະຊາຊົນຊາວ ຫວຽດນາມ ຢູ່ ກຳປູເຈຍ ຕ້ອນຮັບບຸນປີໃໝ່ ປີແມວ ດ້ວຍຄວາມເບີກບານມ່ວນຊື່ນ - ảnh 1ສະຖານທູດ ຫວຽດນາມ ປະຈຳລາຊະອານາຈັກ ກຳປູເຈຍ ໄດ້ຈັດງານບຸນຕ້ອນຮັບປີໃໝ່ວົງຄະນະຍາດ ປີແມວ 2023

ຕອນຄ່ຳວັນທີ 6 ມັງກອນ, ສະຖານທູດ ຫວຽດນາມ ປະຈຳລາຊະອານາຈັກ ກຳປູເຈຍ ໄດ້ຈັດງານບຸນຕ້ອນຮັບປີໃໝ່ວົງຄະນະຍາດ ປີແມວ 2023, ໃນຂອບເຂດບໍລິເວນຂອງສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ພະນົມເປັນ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຮຸຍຕັງ, ເອກອັກຄະລັດຖະທູດ ຫວຽດນາມ  ປະຈຳ ກຳປູເຈຍ ເນັ້ນໜັກວ່າ, ປີ 2022 - ປີສາມັກຄີ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ - ໄດ້ສິ້ນສຸດລົງດ້ວຍການເຄື່ອນໄຫວຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍຫຼາຍຢ່າງ. ການພົວພັນທາງດ້ານການເມືອງລະຫວ່າງ ຫວຽດນາມ - ກຳປູເຈຍ ສືບຕໍ່ໄດ້ຮັບການພັດທະນາຢ່າງແຮງ, ສວມບົດບາດຫຼັກແຫຼ່ງໃນການກຳນົດທິດໃຫ້ແກ່ການພົວພັນລະຫວ່າງສອງປະເທດ; ການຮ່ວມມືດ້ານເສດຖະກິດມີການເຕີບໂຕ ເປັນໜ້າປະທັບໃຈ: ວົງເງິນການການຄ້າສອງສົ້ນໃນ 11 ເດືອນຂອງປີ 2022 ບັນລຸ 9,77 ຕື້ USD (ເພີ່ມຂຶ້ນ 13,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021).

ຕາມທ່ານເອກອັກຄະລັດຖະທູດແລ້ວ, ປີ 2023, ສອງຝ່າຍໄດ້ເປັນເຈົ້າການກຳແໜ້ນກາລະໂອກາດ, ສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍກ່ວາອີກ. ໃນນັ້ນ, ໄດ້ເອົາໃຈໃສ່ເປັນພິເສດຕໍ່ການຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ. ເສດຖະກິດຕ້ອງກາຍເປັນແຫຼ່ງກຳລັງຮັບປະກັນໃຫ້ແກ່ການພັດທະນາແບບຍືນຍົງຂອງການພົວພັນ ຫວຽດນາມ - ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ