ປະຊາຊົນທຸກຊັ້ນວັນນະ ອາໄລຫາທ່ານພົນເອກ ຫວໍ້ງວຽນຢາບ

ປະຊາຊົນທຸກຊັ້ນວັນນະ ອາໄລຫາທ່ານພົນເອກ ຫວໍ້ງວຽນຢາບ - ảnh 1
 (ພາບ:
tuoitre.vn)

 (vovworld)-​​​​ ​ ຕອນ​ບ່າຍວັນ​ທີ 6/10, ​​ໃນ​ເຮືອນ​ເຮືອນ​ເລກທີ 30 ຖະໜົນ​ຮ່ວາງ​ຢ້ຽວ-​ເມືອງ​ບາ​ດິງ-ຮ່າ​ໂນ້ຍ,​ ຊື່​ງ​​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ແລະ ຄອບຄົວ​ທ່ານ​ດຳລົງ​ຊີວິດ​ກ່ອນ​ທີ່​ທ່ານ​ເຖິງ​ແກ່​ມໍລະນະ​ກຳ​,  ປຊຊ ຫວຽດນາມ ​ແລະ ຊາວ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ນຳ​ເອົາ​ທູບ​ທຽນ, ດອກ​ໄມ້ເຂົ້າ​ໄຫ້​ວອາ​ໄລທ່ານ​ພົນ​ເອກ​ທີ່​ແສນ​​ເຄາ​ລົບ​ຮັກ​ຂອງ​ຊາດ​ຫວຽດນາມ. ຈິງ​ທິຫວຽດກ່ຽວ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ກົດໝາຍ​ຮ່​າໂນ້ຍ ​ເວົ້າວ່າ:

  “​ເມື່ອ​ໄດ້​ຮັບ​ຂ່າ​ວ່າ​ທ່ານ​ພົນ​ເອກ​ເຖິງ​ວ່າ​ມໍລະນະ​ກຳ​ ນ້ອງ​ກໍ່​ບໍ່​ເຊື່ອ. ​ໃນ​ດວງ​ໃຈ​ຂອງ​ນ​້ອງ, ພາບ​ພົດ​ຂອງ​ທ່ານ​ພົນ​ເອກ​ແມ່ນ​ສູງ​ສົ່ງ​ທີ່​ສຸດ. ທ່ານ​ແມ່ນ​ແບບຢ່າງ​ດີ​ເດັ່ນ​ເພື່ອ​ໃຫ້​ພວກ​ນ້ອງ​ຮຳ່ຮຽນ​ຕາມ, ຜູ້​ທີ່​ຍິ່ງ​ໃຫ່ຍຄື​ທ່ານ​ເມື່ອ​​ໄດ້ເຖິງ​ແກ່​ມໍລະນະ​ກຳ ​ແມ່ນ​ຄວາມ​ສູນ​ເສຍ​ອັນ​ໃຫ່ຍຫຼວງຂອງ​ຊາດ ​ແລະ ​ໂລກ “.

  ປ້າ​ເຈິ່ນທິກວນມາຍ, ​ຢູ່​ບິ່ງ​ເຢືອງ​ ໄດ້​ຜ່ານ​ໄລຍະ​ທາງ​ນັບ 1000 ກມ ​ເພື່ອ​ມາຮ່​າໂຮ້ຍ ຈຸດ​ທູບ​ທຽນ​ສະ​ແດງ​ຄວາມ​ເຄົາລົບຕໍ່ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ໄດ້​ແບ່ງປັນ​ວ່າ:

   “​​ເທິ​ງແທ່ນ​ບູຊາຮູບ​ຂອງ​ລຸງມີ​ຄວາມຍີ້ມ​ແຍ​ມ​ແຈ່​ໃສ, ສະຫງ່າ​ຜ່າ​ເຜີຍ. ຂ້າພະ​ເຈົ້າ​ເຄົາລົບ​ລຸງ​ປຽບເໝືອນ​ຜູ້​ເປັນ​ພໍ່. ທ່ານ​ພົນ​ເອກ​ເຖິງ​ແກ່​ມໍລະນະ​ກຳຄວາມ​ສູນ​ເສຍ​ອັນໃຫ່ຍ​ຫຼວງ ບໍ່​ພຽງ​ແຕ່​ສຳລັບຂ້າພະ​ເຈົ້າ​​ເອງເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມສູນ​ເສຍ​ຂອງ ປຊຊ ຫວຽດນາມ ທຸກ​ຄົນ​ອີກດ້ວຍ“.

 

ຂ່າວ/ບົດ​ອື່ນ