ປະຊາຊົນທຸກຊັ້ນວັນນະສະແດງຄວາມເຊື່ອໝັ້ນເຂົ້າຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ

ປະຊາຊົນທຸກຊັ້ນວັນນະສະແດງຄວາມເຊື່ອໝັ້ນເຂົ້າຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ - ảnh 1
ພາບປະກອບ

(vovworld) –  ກອງ​ປະຊຸມ​ຄັ້ງ​ທີ 14 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11 ​ຖືກ​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 13/1 ​ແລະ ອອກ​ແຈ້ງ​ການ​ໃຫ້ຮູ້ວ່າ: ກອງ​ປະຊຸມ​ບັນລຸ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ກອງ​ປະຊຸມ​ຖືກ​ດຳ​ເນີນ​ໄປ​ໃນ​​ແຕ່​ວັນ​ທີ 11 – 13/1, ​ໄດ້​ປະຕິບັດ​ສຳ​ເລັດ​ທຸກ​​ເນື້​ອ​ໃນ​ໂຄງການ​ທີ່​​ໄດ້​ວາງ​ອອກ, ​ໃນ​ນັ້ນ​ສຸມ​ໃສ່ປຶກສາ​ຫາລື, ຮັບຮອງ​ເອົາ​ແຜນ​ນະ​ໂຍບາຍ​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟີ​ກ (TPP), ສືບ​ຕໍ່​ປັບປຸງ​ແຜນ​ບຸກຄະລາ​ກອນຄະນະ​ບໍລິຫານ​ງານ​ສູນ​ກາງພັກ, ກົມ​ການ​ເມືອງ, ​ຄະນະ​ເລຂາ​ຊຸດ​ທີ 12 ​ແລະ ກະກຽມ​ບຸກຄະລາ​ກອນ​ການ​ນຳຫລັກ​ແຫ​ລ່ງ​​ຊຸດ​ທີ 12… ທີ່​ວາລະ​ອັດ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ເປັນ​ປະທານ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ, ຢັ້ງຢືນ​ວຽກ​ງານ​ການກະກຽມ​ໃຫ້​ແກ່​ກອງ​ປະຊຸມ​​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ​​ແມ່ນໄດ້​​ສຳ​ເລັດ​ໂດຍ​ພື້ນຖານ​ຖືກ​ຕາມ​ຈຸດໝາຍ, ຄວາມ​ຮຽກຮ​້ອງຕ້ອງການ ​ແລະ ​ແຜນການ​ທີ່​ໄດ້ວາງ​ອອກ.

        ກອງ​ປະຊຸມ​ຄັ້ງ​ນີ້​ສືບ​ຕໍ່​ດຶງ​ດູດ​ຄວາມ​ສົນ​ໃຈ, ການ​ຕິດຕາມ​​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ. ທ່ານ ຫງວຽນ​ແທງ​ລີ໋, ນະຄອນ ບວນມາ​ທວດ, ​ແຂວງ ດັກ​ລັກ ຕີ​ລາຄາ​ສູງ​ຜົນ​ສຳ​ເລັດ​ຂອງ​ກອງ​ປະຊຸມ:

        “ຜ່ານ​ຂໍ​້ສະຫລຸບ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ຂ້າພະ​ເຈົ້າ​ເຫັນ​ວ່າ​ມີ 2 ບັນຫາ​ໃຫຍ່. ບັນຫາ​ທີ່​ໜຶ່ງ​ແມ່ນ​ບັນຫາ​ເຊື່ອມ​ໂຍງ​ TPP, ບັນຫາ​ທີ​ສອງ​ແມ່ນ​ສະຫລຸບ​ກອງ​ປະຊຸມ​ຄັ້ງ​ທີ 14 ຊຸດ​ທີ 11. ຂ້າພະ​ເຈົ້າ​ເຫັນ​ວ່າ​ກອງ​ປະຊຸມຄັ້ງ​ນີ້​ບັນລຸ​ຜົນສ​ຳ​ເລັດ​ຢ່າງ​ຈົບ​ງາມ. ບັນຫາ​​ໄດ້​ຮັບ​ການ​ປຶກສາ​ຫາ​ລື​ຢ່າງມີ​ປະຊາທິປະ​ໄຕ, ​ເປີດ​ເຜີຍ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ”

        ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຫລາຍຄົນ​ທີ່ມີ​ຄວາມ​ພາກພູມ​ໃຈ ​ແລະ ຕີ​ລາຄາ​ສູງ​ວຽກ​ງານ​ກະກຽມ​ບຸກຄະລາ​ກອນ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ຢ່າງລອບ​ຄອບ​ຖີ່​ຖ້ວນ. ທ່ານ ຟ້າ​ມບ໋າ​ຫຼື, ຢູ່ນະຄອນ ​ໂຮ່ຈີ​ມິນ, ຖື​ວ່າ:

        “ກອງ​ປະຊຸມ​ໄດ້​ກະກຽມ​ບຸກຄະລາກອນ​ໃຫ້​ແກ່​ກົມ​ການ​ເມືອງ, ຄະນະ​ເລຂາ, ພິ​ເສດ​ແມ່ນ​ກະກຽມ​ບຸກຄະລາ​ກອນ​​ໃສ່ບັນດາ​ຕຳ​​ແໜ່​ງການ​ນຳຫລັກ​ແຫ​ລ່ງຂອງ​ພັກ ​ແລະ ລັດ ຈະ​ມາ​ເຖິງ. ​ເລື່ອງ​ເຫັນ​ດີ​ເປັນ​ເອກະສັນ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ​້​ເຫັນ​ຄວາມ​ສາມັກຄີ, ຄວາມ​ເປັນ​​ເອກະ​ພາບ​ຂອງ​ສູນ​ກາງ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ແຕ່​ລະບຸ​ກຄົນ​ທີ່ດຳລົງ​ຕຳ​ແໜ່​ງການ​ນຳ​ຫລັກ​ແຫ​ລ່ງ​​ເພື່ອ​ໃຫ້​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​ໄດ້​ຮັບໄຊຊະນະ”

 


ຂ່າວ/ບົດ​ອື່ນ