ປະຊາຊົນຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ

(VOVWORLD) - ທ່ານປະທານປະເທດ ເຖິງແກ່ມໍລະນະກຳແມ່ນຄວາມໂສກເສົ້າສູນເສຍຢ່າງໃຫຍ່ຫຼວງຂອງພັກ ແລະ ລັດ

ຕໍ່ກັບຂ່າວທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ເຖິງແກ່ມໍລະນະກຳ ຍ້ອນເປັນພະຍາດຮ້າຍແຮງ, ໜັກໜ່ວງ, ລຸງ ເຈິ່ນແອງດຶກ, ຢູ່ເມືອງ ດົງຟອງ, ນະຄອນລາຍເຈົາແບ່ງປັນວ່າ:

        “ກ່ຽວກັບຂ່າວປະທານປະເທດ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳນັ້ນເຮັດໃຫ້ຂ້າພະເຈົ້າຕົກສະເງີ້, ປະຊາຊົນທຸກຄົນລ້ວນແຕ່ໂສກເສົ້າເສຍດາຍ. ທ່ານປະທານປະເທດ ເຖິງແກ່ມໍລະນະກຳແມ່ນຄວາມໂສກເສົ້າສູນເສຍຢ່າງໃຫຍ່ຫຼວງຂອງພັກ ແລະ ລັດ.”

        ລຸງ ຫງວຽນຫວູມິງ ຢູ່ນະຄອນດ່ານັ້ງ ຖືວ່າ: ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ສ້າງຂີດໝາຍອັນດີງາມເມື່ອ ຫວຽດນາມ ຈັດຕັ້ງສຳເລັດ “ປີ APEC 2017” ແລະ “ສັບປະດາຂັ້ນສູງ APEC” ຢູ່ນະຄອນດ່ານັ້ງ ໃນເດືອນພະຈິກປີ 2017. ລຸງໄດ້ກ່າວວ່າ:

        “ພວກຂ້າພະເຈົ້າມີຄວາມໂສກເສົ້າທີ່ສຸດເມື່ອທ່ານປະທານປະເທດໄດ້ຈາກໄປໂດຍກະທັນຫັນ. ຂ້າພະເຈົ້າເຫັນວ່າ, ໃນໄລຍະທີ່ດຳລົງຕຳແໜ່ງ ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ສ້າງຂີດໝາຍຢ່າງຈະແຈ້ງໃນປີ APEC 2017. ພິເສດແມ່ນ ສັບປະດາຂັ້ນສູງ APEC 2017 ທີ່ຈັດຕັ້ງຢູ່ນະຄອນ ດ່ານັ້ງ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ