ປະຊາຊົນລາວສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກພາຍຸ Damrey ຢູ່ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 30 ມັງກອນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຮັບເງິນຈຳນວນ 166 ລ້ານກີບ ເຊິ່ງເປັນເງິນສະໜັບສະໜູນຂອງປະຊາຊົນລາວ ໜູນຊ່ວຍປະຊາຊົນຫວຽດນາມ ຜູ້ຖືກຜົນສະທ້ອນຈາກພາຍຸ Damrey ເມື່ອທ້າຍປີ 2017.
 

ປະຊາຊົນລາວສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກພາຍຸ Damrey ຢູ່ຫວຽດນາມ - ảnh 1 ປະຊາຊົນລາວສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກພາຍຸ Damrey ຢູ່ຫວຽດນາມ

(ພາບ: vietnamplus.vn)

ກ່າວຄຳເຫັນທີພິທີມອບຮັບເງິນ, ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະວັດດີການສັງຄົມລາວ ຄຳແພງ ໄຊສົມແພງ ໃຫ້ຮູ້ວ່າ, ພ້ອມກັບບັນດາການເຄື່ອນໄຫວໜູນຊ່ວຍປະຊາຊົນຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ປະຈຸບັນ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົມຂອງລາວ ຍັງພວມສືບຕໍ່ຂົນຂວາຍການແຜ່ບໍລິຈາກເງິນເພື່ອແນໃສ່ແບ່ງປັນບັນດາຄວາມຫຍຸ້ງຍາກກັບປະຊາຊົນຫວຽດນາມ.

        ໂດຍຕາງໜ້າລັດຖະບານ ແລະ ປະຊາຊົນຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ໄດ້ຂອບໃຈຢ່າງຈິງໃຈລັດຖະບານ, ປະຊາຊົນ ແລະ ບັນດາອົງການຈັດຕັ້ງຂອງລາວ, ພ້ອມທັງເນັ້ນໜັກວ່າ, ນີ້ແມ່ນບັນດາການກະທຳອັນດີງາມມີຄວາມໝາຍອັນສູງສົ່ງ ເປັນການພິສຸດໃຫ້ເຫັນນ້ຳໃຈຢ່າງຈິງໃຈ, ເລິກເຊິ່ງຂອງປະຊາຊົນລາວ ທີ່ມີຕໍ່ປະຊາຊົນຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ