ປະຊາຊົນຫລາຍປະເທດໃນທົ່ວໂລກຕ້ອນຮັບປີໃຫມ່ສາກົນ

(VOVWORLD) -ໂດຍບໍ່ຫົວຊາຕໍ່ໄພກໍ່ການຮ້າຍ, ໂລກພະຍາດ, ປະຊາຊົນຫລາຍປະເທດໃນທົ່ວໂລກໄດ້ພ້ອມກັນຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ 2019 

ປະຊາຊົນຫລາຍປະເທດໃນທົ່ວໂລກຕ້ອນຮັບປີໃຫມ່ສາກົນ - ảnh 1 ບັນຍາກາດຕ້ອນຮັບປີໃຫມ່ 2019 ຢູ່ ຮົ່ງກົງ

ພາບ:hanoimoi

ໃນບັນຍາກາດເບີກບານມ່ວນຊື່ນດ້ວຍລາຍການສະແດງສິລະປະ ແລະ ການຍິງບັ້ງໄຟດອກທີ່ຈັບອົກຈັບໃຈ.

ປີ 2019 ໄດ້ເລີ່ມຕົ້ນຢູ່ຫລາຍປະເທດ ອາຊີ ປາຊີຟິກ. ປີນີ້ ປະເທດ Samoa ສືບຕໍ່ກາຍເປັນປະເທດທຳອິດຕ້ອນຮັບປີໃຫມ່ໃນເວລາ 17 ໂມງ ຕອນບ່າຍວັນທີ 31 ທັນວາ ຕາມເວລາ ຫວຽດນາມ. ຖັດຈາກນັ້ນ ແມ່ນປະຊາຊົນ ນິວເຊີແລນ, ອົດສະຕາລີ, ຍີ່ປຸ່ນ ກໍ່ຕ້ອນຮັບຈຸດເວລາຕົ້ນປີໃຫມ່ 2019.

ໃນຂະນະນັ້ນ ເວລາ 6,7 ໂມງຕອນຄ່ຳວັນດຽວກັນ, ອາກາດຢູ່ນະຄອນຫລວງປັງກີງ ປະເທດ ຈີນ ອຸນຫະພູມ ລົງ  -10 ອົງສາ, ແຕ່ບັນດາເສັ້ນທາງເຂົ້າໃຈກາງນະຄອນ ລົດຕິດຫລາຍ, ປະຊາຊົນຈີນ ພາກັນໄປລະຫລິ້ນ ຊື້ເຄື່ອງຂອງຢູ່ບັນດາຮ້ານສັບພະສິນຄ້າ ແລະ ເຂົ້າຮ່ວມບັນຍາກາດຕ້ອນຮັບປີໃຫມ່ສາກົນດ້ວຍຄວາມເບີກບານມ່ວນຊື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ