ປະຊາຊົນ​ແຂວງ ອຽນບ໊າຍ ຄຶກຄື້ນ​ມ່ວນ​ຊື່ນ​ກັບ​ງານ​ບຸນລົງ​ທົ່ງ​

(VOVWORLD) - ວັນທີ 29 ມັງກອນ ເຊິ່ງກົງກັບວັນທີ 5 ບຸນເຕັດປີ ຊວດ 2020, ແຂວງອຽນບ໊າຍ ຂອງຫວຽດນາມ ໄດ້ຈັດຕັ້ງ ງານບຸນລົງທົ່ງ ລະດູບານໃໝ່ປີຊວດ 2020 ຂຶ້ນ ຢູ່ຕາແສງ ບ໋າວອ໊າຍ. ນີ້ແມ່ນງານບຸນເປີດສາກໃຫ້ແກ່ງານບຸນຕ່າງໆທີ່ຈະຈັດຂຶ້ນໃນໂອກາດຕົ້ນປີຂອງເມືອງ ອຽນບິ່ງ.
ປະຊາຊົນ​ແຂວງ ອຽນບ໊າຍ ຄຶກຄື້ນ​ມ່ວນ​ຊື່ນ​ກັບ​ງານ​ບຸນລົງ​ທົ່ງ​ - ảnh 1ການແຂ່ງຂັນກິລາໃນຂອບເຂດງານບຸນ (ພາບ: truyenhinhdulich.vn)

        ງານບຸນດັ່ງກ່າວ ໄດ້ເປີດສາກ ດ້ວຍພິທີການພາວະນາປີໃໝ່ ຂໍໃຫ້ດິນຟ້າອາກາດເອື້ອອໍານວຍຄວາມສະດວກໃຫ້ແກ່ລະດູການເກັບກ່ຽວໄດ້ຮັບຜົນດີ, ທຸກໆຄອບຄົວມີຊີວິດຢ່າງອີ່ມໜໍາສໍາລານສົມບູນພູນສຸກ ແລະ ປະເທດຊາດມີຄວາມສະຫງົບສຸກ. ນອກຈາກບັນດາພິທີການຕ່າງໆແລ້ວ, ຍັງໄດ້ຈັດກິດຈະກໍາວັດທະນະທໍາ, ສະແດງສິລະປະ ເພື່ອຊົມເຊີຍລະດູບານໃໝ່, ຊົມເຊີຍບ້ານເກີດເມືອງນອນ ແລະ ການປ່ຽນແປງໃໝ່ຂອງປະເທດຊາດ, ການແຂ່ງຂັນກິລາພື້ນເມືອງ ເຊິ່ງໄດ້ຮັບການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນເປັນຈໍານວນຫຼວງຫຼາຍ.

        ແຕ່ລະປີ, ຜ່ານງານບຸນດັ່ງກ່າວ ໄດ້ປະກອບສ່ວນລະດົມກໍາລັງໃຈໃຫ້ແກ່ປະຊາຊົນ ຕັ້ງໜ້າແຂ່ງຂັນ, ອອກແຮງງານທໍາການຜະລິດ, ຫັນປ່ຽນໂຄງປະກອບການປູກຝັງ, ລ້ຽງສັດ; ໝູນໃຊ້ເຕັກໂນໂລຢີເຂົ້າໃນການຜະລິດ ເພື່ອຍົກສູງຄຸນນະພາບ ແລະ ມູນຄ່່າຂອງຜະລິດຕະພັນກະເສດຂຶ້ນຕື່ມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ