ປະຊາຊົນໃນທົ່ວປະເທດຕ້ອນຮັບບຸນເຕັດປີສະຫຼູ 2021 ໃນເງື່ອນໄຂ “ສະພາບການປົກກະຕິໃໝ່”

(VOVWORLD) -ຮ່າໂນ້ຍ, ເພື່ອຮັບປະກັນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -19 ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ປີ 2021 ໄດ້ຍິງບັ້ງໄຟດອກຢູ່ສະຖານທີ່ແຫ່ງໜຶ່ງເທົ່ານັ້ນ ເພື່ອຖ່າຍຖອດສົດຮັບໃຊ້ປະຊາຊົນຮັບຊົມຜ່ານໂທລະທັດ.
ປະຊາຊົນໃນທົ່ວປະເທດຕ້ອນຮັບບຸນເຕັດປີສະຫຼູ 2021 ໃນເງື່ອນໄຂ “ສະພາບການປົກກະຕິໃໝ່” - ảnh 1ຮ່າໂນ້ຍ ໄດ້ຍິງບັ້ງໄຟດອກຢູ່ສະຖານທີ່ແຫ່ງໜຶ່ງ
(ພາບ: sggp.org.vn)

ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ປີ 2021 (ຄ່ຳຄືນວັນທີ 11 ກຸມພາ), ຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດຫວຽດນາມ ໄດ້ຢຸດຕິການຍິງບັ້ງໄຟດອກຕ້ອນຮັບບຸນເຕັດ, ບັນດາງານບຸນເຕົ້າໂຮມຫລາຍຄົນ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ປະຊາຊົນຕ້ອນຮັບປີໃໝ່ ປີສະຫຼູ 2021 ໃນເງື່ອນໄຂ “ສະພາບການໃໝ່”.

ຢູ່ຮ່າໂນ້ຍ, ເພື່ອຮັບປະກັນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -19 ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ປີ 2021 ໄດ້ຍິງບັ້ງໄຟດອກຢູ່ສະຖານທີ່ແຫ່ງໜຶ່ງເທົ່ານັ້ນ ເພື່ອຖ່າຍຖອດສົດຮັບໃຊ້ປະຊາຊົນຮັບຊົມຜ່ານໂທລະທັດ.

ໃນຂະນະນັ້ນ, ປະຊາຊົນນະຄອນໂຮ່ຈີມິນ ໄດ້ຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ ໃນເງື່ອນໄຂແຕກຕ່າງທີ່ສຸດໃນຫຼາຍທົດສະວັດຜ່ານມາ. ບໍ່ຍິງບັ້ງໄຟດອກ, ບັນດາເຂດລະຫຼິ້ນທີ່ຟົດຟື້ນກໍ່ຖືກປິດປະຕູ.

   ໂດຍກໍ່ຄ້າຍຄືກັນຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ, ນະຄອນດ່ານັ້ງ ກໍ່ບໍ່ຍິງບັ້ງໄຟດອກໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ ເພື່ອຈຳກັດການເຕົ້າໂຮມຫຼາຍຄົນ, ຮັບປະກັນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ເຊັ່ນດຽວກັນ.

    ຢູ່ແຂວງ ເທື່ອທຽນເຫ້ວ, ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ປີນີ້, ມີຄອບຄົວປະຊາຊົນເຜົ່າສ່ວນໜ້ອຍກວ່າ 500 ຄອບຄົວ, ຢູ່ 14 ບ້ານຢູ່ເຂດຫ່າງໄກຊອກຫຼິກຂຶ້ນກັບ 4 ແຂວງເຂກພູດອຍຄື: ບັ໊ກຈ່າມີ, ຕຽນເຟື໊ອກ, ໄຕຢາງ ແລະ ນາມຢາງ, ເປັນຄັ້ງທຳອິດມີໄຟຟ້າຮັບໃຊ້ການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ