ປະຊາຊົນໄທຈັດການ ແຫ່ຂະບວນປະທ້ວງ ຄັດຄ້ານການລັດ ຖະປະຫານ


 ປະຊາຊົນໄທຈັດການ ແຫ່ຂະບວນປະທ້ວງ ຄັດຄ້ານການລັດ ຖະປະຫານ - ảnh 1

(ພາບ: .baomoi.com)

 (vovworld)-  ສະພາບ​ການ​ຢູ່​ໄທ​ ສືບຕໍ່ມີ​ການ​ຜັນແປ​ທີ່​ເຄັ່ງ​ຕຶງ​ໃນ​ຂະນະ​ທີ່​ວັນ​ທີ 25/5, ມີ​ປະຊາຊົນ​ໄທ ​ປະມານ 1000 ຄົນ​ໄດ້ຈັດການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນະຄອນຫຼວງ​ບາງກອກ ​ເພື່ອຄັດຄ້ານ​ການ​ລັດຖະປະຫານ ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ປະກາດ​ກ່ອນ​ນັ້ນຂອງ​ອຳນາດ​ການ​ປົກຄອງ​ການທະຫານ ຊື່ງຮຽກຮ້ອງ​ໃຫ້​ປະຊາຊົນ​ບໍ່​ໄດ້ຈັດການ​ແຫ່​ຂະ​ບວນປະ​ທ້ວງ ​ແລະ ຫ້າມ​ການ​ເຕົ້າ​ໂຮມ​ກັນ​​ແຕ່ 5 ຄົນຂຶ້ນ​ໄປ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ເດີນ​ຕາມ​ຖະໜົນ​ສາຍ​ຕ່າງໆ ພາຍ​ຫລັງ​ມີ​ການ​ສູ້ຢັນ​ຢ່າງ​ເຄັ່ງ​ຕຶງ​ກັບ​ບັນດາ​ພົນທະຫານ​ປະກອບ​ອາວຸດ​ຢູ່​ສູນ​ຂາຍຍ່ອຍ​ແຫ່ງ 1. ກ່ອນ​ໜ້ານັ້ນ, ​ໄດ້​ເກີດການ​ແຫ່​ຂະ​ບວນປະ​ທ້ວງຄັ້ງຕ່າງໆ ​ເພື່ອ​ຄັດຄ້ານ​ເລື່ອງ​ກອງທັບ​ຂຶ້ນ​ກຳ​ອຳນາດ​ນັບ​ແຕ່​ວັນ​ທີ 22/5.

  ​ໃນ​ຖະ​ແຫຼງການ​ເມື່ອ​ວັນ​ທີ 25/5, ນາຍ​ພົນ ປ​ໄຣຢຸດ ຜູ້​ບັນຊາ​ການ​ທະຫານ​ບົກ​ໄທ ສືບ​ຕໍ່​ຮຽກຮ້ອງ​ປະຊາຊົນ​​ບໍ່​ເຂົ້າຮ່ວມການ​ແຫ່​ຂະ​ບວນປະ​ທ້ວງ. ຕາມ​ທ່ານ​ແລ້ວ, ບັນດາ​ຫຼັກການ​ປະຊາທິປະ​ໄຕ​ປົກກະຕິ​ບໍ່​ສາມາດ​ນຳ​ໃຊ້​ໃນ​ຈຸດ​ເວລາ​ປະຈຸ​ບັນ​ໄດ້./.

 

ຂ່າວ/ບົດ​ອື່ນ